spot_img
Homeມຸມຂ່າວ AECສປປ ລາວ ປະທານອາຊຽນ ຈະຈັດກອງປະຊຸມສຸດຍອດອາຊຽນ 2 ຄັ້ງ ຄຽງຄູ່ກັນ

ສປປ ລາວ ປະທານອາຊຽນ ຈະຈັດກອງປະຊຸມສຸດຍອດອາຊຽນ 2 ຄັ້ງ ຄຽງຄູ່ກັນ

Published on

20150429125652

ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະເທດ ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸໂສ​ອາ​ຊຽນຂອງ ​ສປປ ລາວ ໄດ້​ໃຫ້​ສຳພາດໃນ​ວັນ​ທີ 28 ເມສາ 2015 ກ່ຽວກັບ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ​ຄັ້ງ​ທີ 26 ເຊິ່ງ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 27 ເມສາ 2015 ທີ່ກົວລາ​ລຳ​ເປີ ແລະ ລັງກາ​ວີ ປະເທດມາ​ເລ​ເຊຍ.

ທ່ານ​ລັດຖະມົນຕີ​ຊ່ວຍ ໄດ້ກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ​ຄັ້ງ​ທີ 26 ໄດ້​ມີ​ຜົນສຳເລັດອັນ​ຈົບງາມ ເຊິ່ງ​ບັນດາ​ຜູ້ນຳ​ອາຊຽນ ໄດ້​ປຶກສາ​ຫາລື​ບັນຫາ​ການເມືອງ-ຄວາມ​ໝັ້ນຄົງ ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ໄດ້​ຮັບຮອງ​ເອົາ​ເອກະສານ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ໃນ​ນີ້​ລວມ​ທັງ​ຂໍ້ລິ​ເລີ່ມ​ຂອງ ​ສປປ ລາວ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ໄດ້​ກ່າວຕື່ມ​ວ່າ: ກອງ​ປະຊຸມລັດຖະມົນຕີຕ່າງປະເທດ​ອາ​ຊຽນ ຈັດ​ຂຶ້ນ​ໃນວັນ​ທີ 26 ເມສາ 2015 ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ ເຊິ່ງ​ລວມທັງ “ການ​ປັບປຸງ​ບັນດາ​ກອງ​ປະຊຸມ​ອາ​ຊຽນ” ພາຍ​ໃຕ້​ຫົວຂໍ້​ດັ່ງກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ແຫ່ງ ​ສປປ ລາວ ໄດ້ສະເໜີຈັດ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ 2 ຄັ້ງຄຽງ​ຄູ່​ກັນ​ໃນເດືອນ​ພະຈິກ 2016 ໃນ​ໄລຍະ​ທີ່ ​ສປປ ລາວ ເປັນ​ປະທານ​ອາ​ຊຽນຄື: ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 ຈະ​ເນັ້ນ​ໃສ່​ປຶກສາ​ຫາລືບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ອາຊຽນ ສ່ວນ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ​ຄັ້ງ​ທີ 29 ຈະ​ປຶກສາ​ຫາລືກ່ຽວ​ກັບ​ການ​ພົວພັນ​ພາຍ​ນອກ ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ ແລະ ບັນຫາ​ອື່ນໆ.

ໃນ​ກອງ​ປະຊຸມ​ລັດຖະມົນຕີຕ່າງປະເທດ​ອາ​ຊຽນ​ດັ່ງກ່າວ ບັນດາ​ລັດຖະມົນຕີ​ຕ່າງປະເທດ​ອາຊຽນ ໄດ້​ເຫັນ​ດີ​ຢ່າງ​ເປັນ​ເອກະສັນຕໍ່​ຂໍ້​ສະເໜີ​ຂອງ ​ສປປ ລາວ ບົນພື້ນຖານ​ຜົນ​ຂອງ​ກອງ​ປະຊຸມ ລັດຖະ​ມົນຕີ​ຕ່າງປະເທດ​ອາ​ຊຽນ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໃນ​ນາມ​ປະທານ​ອາ​ຊຽນ ໃນ​ປີ 2016 ໄດ້​ແຈ້ງ​ໃຫ້​ກອງ​ປະຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 26 ຊາບ​ວ່າ: ​ສປປ ລາວ ຈະ​ຈັດ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນ ​ຄັ້ງ​ທີ 28 ຄຽງຄູ່​ກັບ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ​ຄັ້ງ​ທີ 29 ໃນ​ເດືອນພະຈິກ 2016 ບັນດາ​ຜູ້ນຳ​ອາ​ຊຽນ ໄດ້​ສະໜັບ​ສະ​ໜູນ​ການ​ຈັດ 2 ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແບບ​ຄຽງຄູ່​ກັນ​ດັ່ງກ່າວຂອງ ​ສປປ ລາວ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...