Homeຂ່າວພາຍ​ໃນວຽງຈັນ ຈະປິດຖະໜົນຕ້ອນຮັບ ສະຫາຍ ສີ ຈິ້ນຜິງ

ວຽງຈັນ ຈະປິດຖະໜົນຕ້ອນຮັບ ສະຫາຍ ສີ ຈິ້ນຜິງ

Published on

ສປປ ລາວ ກຽມພ້ອມທຸກດ້ານຢ່າງເຂັ້ມງວດ ຮັບປະກັນຄວາມສະຫງົບໃນຂອບເຂດທົ່ວປະເທດ ເພື່ອຕ້ອນຮັບການມາຢ້ຽມຢາມ ທາງລັດຖະກິດຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ສປປ ຈີນ.  ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ໄດ້ເພິ່ມມາຕະການຮັກສາຄວາມສະຫງົບປອດໄພຂຶ້ນເປັນລະດັບສູງກວ່າປົກກະຕິ.

ວັນທີ 8 ພະຈິກ 2017 ທີ່ຜ່ານມາ ພະແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເຖິງພະນັກງານ, ທະຫານ, ຕຳຫຼວດ ແລະພໍ່ແມ່ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນໃນນະຄອນຫຼວງວຽງຈັນ. ເລື່ອງ: ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດຈີນ ເດິນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017 ນີ້.

ດັ່ງລາຍລະອຽດດັ່ງນີ້:
1. ໃນວັນທີ 13-14 ພະຈິກ 2017 ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວເປັນບາງເວລາຂອງບັນດາຖະໜົນລຸ່ມນີ້:
– ຖະໜົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟແດງສີຫອມ ຫຼັກ 1 )
– ຖະໜົນເສດຖາທິລາດ (ແຕ່ສີ່ແຍກໄຟແດງສີຫອມ ຫຼັກ 1 – ສີ່ແຍກໄຟແດງທາດຂາວ)
– ຖະໜົນສາມແສນໄທ (ແຕ່ສີ່ແຍກໄຟແດງທາດຂາວ – ສາມແຍກສວນເຈົ້າຟ້າງຸ່ມ ຫຼັກ 2)
– ຖະໜົນດອນຈັນ (ແຕ່ສີ່ແຍກໄຟແດງວິທະຍາໄລການຊ່າງລາວເຢຍລະມັນ – ສາມແຍກດອນຈັນພາເລດ)
– ຖະໜົນເຈົ້າຟ້າງຸ່ມ (ແຕ່ສາມແຍກທາດຂາວ – ສີ່ແຍກ ສຳນັກງານໃຫຍ່ ທະນາຄານພັດທະນາລາວ)
– ຖະໜົນລ້ານຊ້າງ (ແຕ່ຫໍຄຳ – ປະຕູໄຊ)
– ຖະໜົນໄກສອນ ພົມວິຫານ (ແຕ່ປະຕູໄຊ – ສີ່ແຍກໄຟແດງດົງໂດກ)

2. ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດຕາມເສັ້ນທາງທີ່ໄດ້ລະບຸໄວ້ຂ້າງເທິງ.

3. ໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຂອງເສັ້ນທາງ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງປະຊາຊົນລາວແລະຊາວຕ່າງປະເທດທີ່ອາໄສຢູ່ລາວທຸກຖ້ວນໜ້າ ໂດຍສະເພາະໃນນະຄອນຫຼວງວຽງຈັນ ຈົ່ງໄດ້ພ້ອມໃຈກັນ ເປັນເຈົ້າການໃນການຕ້ອນຮັບແຂກບ້ານແຂກເມືອງທີ່ສຳຄັນຄັ້ງນີ້ດ້ວຍ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...