spot_img
Homeນານາສາລະວິທີແກ້ກ້າງປາຄາຄໍ ແບບໄດ້ຜົນທີ່ສຸດ

ວິທີແກ້ກ້າງປາຄາຄໍ ແບບໄດ້ຜົນທີ່ສຸດ

Published on

ປາເປັນອາຫານທີ່ຫຼາຍຄົນມັກ ເພາະມີໂປຣຕີນທີ່ຍ່ອຍງ່າຍ, ມີໂອເມກ້າ ບຳລຸງສະໝອງ ຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ, ຫຼອດເລືອດ ແລະສານອາຫານຫຼາກຫຼາຍທີ່ຊ່ວຍບຳລຸງສະໝອງ, ແຕ່ຖ້າຫາກໃຜບໍ່ຫຍໍ້າເນື້ອປາໃຫ້ລະອຽດ ອາດເຮັດໃຫ້ເກີດກ້າງປາຄາຄໍ ຈົນຮູ້ສຶກເຈັບ ແລະລຳຄານ ແລ້ວກໍກິນອາຫານບໍ່ໄດ້ ມື້ນີ້ແອັດມິດມິນມີວິທີຫຼາຍວິທີ ທີ່ຈະມາແນະນຳໃຫ້ຮູ້ນຳກັນ

  1. ໜ່ຽງເຂົ້າໜຽວເປັນກ້ອນ ຂະໜາດປະມານກ້ອນລູກຊີ້ນກ້ອນນ້ອຍ ແລ້ວກໍກືນລົງຄໍໄປເປັນກ້ອນເລີຍ ໂດຍທີ່ບໍ່ຕ້ອງຫຍໍ້າ ເພາະກ້າງປາ ຈະຕິດກ້ອນເຂົ້າລົງໄປກະເພາະເລີຍ
  2. ຄັ້ນນໍ້າໝາກນາວສົດ ປະມານ 1-2​ ບ່ວງ ແລ້ວກໍດື່ມລົງໄປເລີຍ ເພາະກົດຂອງໝາກນາວ ຈະເຮັດໃຫ້ກ້າງປາອ່ອນລົງ ແລະໄຫຼລົງໄປກະເພາະໄດ້ ແຕ່ໃຊ້ໄດ້ສະເພາະກັບກ້າງປາທີ່ອ່ອນ ມີຂະໜາດບໍ່ໃຫຍ່ ແລະບໍ່ປັກຄໍລົງເລິກຫຼາຍ
  3. ໃຊ້ນໍ້າກົ້ວໃນຄໍຢ່າງແຮງ ແຕ່ໃຊ້ກັບກ້າງປາຕິດຄໍບໍເລິກປານໃດ ເພາະຕ້ອງໄດ້ເງີຍໜ້າຂຶ້ນ ແລ້ວເຮັດກົ້ວປາກ 3-4​ຄັ້ງ ຈາກນັ້ນກໍບ້ວນຖິ້ມ
  4. ເມື່ອກ້າງປາຄາຄໍ ໃຫ້່ດື່ມນໍ້າລົງໄປເລັກໜ້ອຍ ແລ້ວຄ້ຽວເຂົ້າໜົມປັງ ໃຫ້ພໍຊຸ່ມ ແລ້ວພະຍາຍາມ ກືນລົງຄໍ ໄປທັງກ້ອນ ເພາະເຂົ້າໜົມປັງ ຈະຊ່ວຍດັນກ້ານປາທີ່ຕິດຄໍລົງໄປໃນກະເພາະໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...