spot_img
Homeວິທະຍາສາດ-ວິທະຍາການວິທະຍາໄລຮ່ອງກົງຜະລິດ "ຫົວໃຈທຽມ" ສຳລັບທົດສອບຢາສຳເລັດເປັນແຫ່ງທຳອິດຂອງໂລກ

ວິທະຍາໄລຮ່ອງກົງຜະລິດ “ຫົວໃຈທຽມ” ສຳລັບທົດສອບຢາສຳເລັດເປັນແຫ່ງທຳອິດຂອງໂລກ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ທ່ານ ຫຼີ່ເຕິ່ງເວີ່ຍ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງ Stem Cell & Regenerative Medicine Consortium (SCRMC) ມະຫາວິທະຍາໄລຮ່ອງກົງລະບຸວ່າ “ຫາກຂ້ອຍເກັບເລືອດຈາກເຈົ້າບໍ່ເທົ່າໃດມິລລີລິດ ອີກ 16-20 ອາທິດ ຂ້ອຍກໍ່ສາມາດສ້າງຫົວໃຈທຽມຂະໜາດນ້ອຍໃຫ້ເຈົ້າໄດ້ຫຼາຍອັນ ຫົວໃຈນ້ອຍຈະສາມາດເຕັ້ນໄດ້ຕໍ່ໜ້າເຈົ້າໄດ້ ”

ທ່ານ ຫຼີ່ກ່າວວ່າ “ເວລາທີ່ບໍລິສັດຕ້ອງການຈະຄິດຄົ້ນ ແລະ ວິໄຈຢາຊະນິດໃໝ່ ປົກກະຕິແລ້ວຕ້ອງໃຊ້ເວລາ 10-12 ປີ ແລະ ໃຊ້ເງິນອີກຫຼາຍພັນໂດລາ ແຕ່ເຖິງຈະເປັນແບບນັ້ນຢາຫຼາຍກວ່າ 90% ກໍ່ບໍ່ສາມາດຜ່ານການທົດສອບ ແລະ ບໍ່ວ່າຜົນການທົດສອບຈະລົ້ມເຫຼວດ້ວຍເຫດຜົນໃດກໍ່ຕາມ ແຕ່ທັງໝົດນັ້ນລ້ວນກ່ຽວຂ້ອງກັບຜົນຂ້າງຄຽງຕໍ່ຫົວໃຈມະນຸດທັງນັ້ນ”

ທ່ານ ຫຼີ່ ໃຊ້ເວລາເຖິງ 20ປີ ໃນການພັດທະນາຫົວໃຈທຽມຂະໜາດນ້ອຍ ແລະ ເວລານີ້ກຳລັງຂາຍເທັກໂນໂລຢີນີ້ໄປທີ່ອຸດສາຫະກຳຜະລິດຢາທົ່ວໂລກ

ການໃຊ້ຫົວໃຈທຽມທົດສອບຢານັ້ນສາມາດທົດສອບຄວາມເປັນພິດຂອງຢາໄດ້ຢ່າງມີປະສິດທິພາບ ແລະ ນຳໄປປັງປຸງຢາໄດ້ດີຂຶ້ນ ນັບວ່າເປັນການຍົກລະດັບການວິໄຈຊະນິດໃໝ່ໆ ແລະ ຫຼຸດຕົ້ນທຶນການວິໄຈໄດ້ມະຫາສານ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...