spot_img
Homeຂ່າວຕ່າງປະເທດວັກຊີນປ້ອງກັນໂຄວິດ-19 ຈາກອົດສະຕຣາລີ ສາມາດປ້ອງກັນໂຄວິດ-19 ເດລຕ້າໄດ້ 95%

ວັກຊີນປ້ອງກັນໂຄວິດ-19 ຈາກອົດສະຕຣາລີ ສາມາດປ້ອງກັນໂຄວິດ-19 ເດລຕ້າໄດ້ 95%

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າ: ບໍລິສັດ EnGeneIC Limited ຈາກປະເທດອົດສະຕຣາລີໄດ້ພັດທະນາວັກຊີນໂຄວິດ-19 ດ້ວຍເທັກໂນໂລຊີ Nanocellular ເປັນຄັ້ງທໍາອິດຂອງໂລກ ໂດຍຜ່ານການທົດລອງໃນສັດແລ້ວພົບວ່າ ວັກຊີນສາມາດກະຕຸ້ນການຕອບສະໜອງຂອງພູມຄຸ້ມກັນຕ້ານພະຍາດໂຄວິດ-19 ສາຍພັນເດລຕ້າໄດ້.

ວັກຊີນດັ່ງກ່າວມີຊື່ວ່າ: EDV ໂດຍຈາກການທົດລອງໃນສັດພົບວ່າສາມາດສ້າງພູມຄຸ້ມກັນຕ້ານໂຄວິດ-19 ສາຍພັນເດລຕ້າໄດ້ສູງເຖິງ 95% ຕະຫຼອດຈົນສາມາດຮັບມືກັບໂຄວິດ-19 ສາຍພັນອື່ນໆໄດ້ອີກດ້ວຍ.

ນອກຈາກນີ້, ຈຸດເດັ່ນທີ່ສໍາຄັນອີກຢ່າງໜຶ່ງຂອງວັກຊີນຊະນິດໃໝ່ນີ້ກໍຄືສາມາດເກັບໄວ້ໃນອຸນຫະພູມປົກກະຕິໄດ້ ແລະ ມີອາຍຸໃນການເກັບຮັກສາດົນເຖິງ 3 ປີ ເຊິ່ງເຮັດໃຫ້ງ່າຍຕໍ່ການຂົນສົ່ງ. ບໍລິສັດຜູ້ຜະລິດໄດ້ເລີ່ມທົດລອງວັກຊີນໃນໄລຍະທໍາອິດໃນມະນຸດໂດຍເລີ່ມຈາກອາສາສະໝັກຜູ້ໃຫຍ່ຈໍານວນ 2 ຄົນທີ່ມີສຸຂະພາບແຂງແຮງ ເພື່ອທົດສອບຄວາມປອດໄພ ແລະ ປະສິດທິພາບໃນການສ້າງພູມຄຸ້ມກັນຂອງວັກຊີນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...