spot_img
Homeຄວາມງາມລິບສະຕິກ ຊ່ວຍປ້ອງກັນໂລກມະເຮັງຜິວໜັງໄດ້

ລິບສະຕິກ ຊ່ວຍປ້ອງກັນໂລກມະເຮັງຜິວໜັງໄດ້

Published on

thumb
ຂ່າວດີສຳລັບສາວໆ ທີ່ຮັກການແຕ່ງໜ້າເປັນຊີວິດຈິດໃຈ ຫລື ອາດຈະມັກທາລິບສະຕິກເພື່ອໃຫ້ໃບໜ້າງາມສົດໃສຢູ່ສະເໝີ ເພາະເວບໄຊ Sanook! Health ຈະບອກວ່າລິບສະຕິກສີງາມເຫລົ່ານີ້ ບໍ່ໄດ້ເປັນພຽງເຄື່ອງສຳອາງທຳມະດາ ແຕ່ຍັງຊ່ວຍປ້ອງກັນໂລກມະເຮັງຜິວໜັງໄດ້ອີກດ້ວຍ
ລິບສະຕິກ ປົກປ້ອງສາວ ໆ ຈາກໂລກມະເຮັງຜິວໜັງ?
ແພດຍິງ ເຈດສິກາ ວູ ແພດຜູ້ຊ່ຽວຊານດ້ານພະຍາດຜິວໜັງກ່າວວ່າ ການທາລິບສະຕິກເປັນອີກໜຶ່ງວິທີທີ່ຊ່ວຍປ້ອງກັນການເກີດ Basal Cell Carcinoma ຫລື ມະເຮັງຜິວໜັງຊະນິດໜຶ່ງທີ່ພົບເລື້ອຍທີ່ສຸດ ເກີດຈາກການທີ່ຜິວໜັງສຳຜັດແສງແດດທີ່ມີຄ່າ UV ຫລາຍເກີນໄປ ຫລື ຕິດຕໍ່ກັນເປັນເວລາດົນ ຊຶ່ງມະເຮັງຜິວໜັງຊະນິດນີ້ສາມາດພົບໄດ້ເລື້ອຍໃນບໍລິເວນດັ່ງຕໍ່ໄປນີ້

– ຫລັງມື

– ໃບໜ້າ

– ດັງ

– ໜ້າຜາກ

– ຫູ

– ຮີມສົບ

ດັ່ງນັ້ນການທາລິບສະຕິກທີ່ມີສີທຶບໜາ ກໍ່ຈະມີຄຸນສົມບັດຄືກັບຜິວໜັງທີ່ໄດ້ຮັບການປົກປ້ອງແສງແດດຈາກຄີມກັນແດດນັ້ນເອງ ເພາະສະນັ້ນລິບສະຕິກເປັນເພື່ອນແທ້ຂອງຜູ້ຍິງພໍໆ ກັບ ເພັດ ຫລືເກີບສົ້ນສູງແນ່ນອນ ນອກຈາກຈະເຮັດໃຫ້ເຮົາເບິ່ງງາມຂຶ້ນແລ້ວ ຍັງປົກປ້ອງເຮົາຈາກໂລກມະເຮັງອີກດ້ວຍ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...