spot_img
Homeຂ່າວການພັດທະນາລາວເວີນ ມອບເຄື່ອງຊ່ວຍຕ້ານໄພໜາວ ເຂດພາກເໜືອ ລວມມູນຄ່າຮ້ອຍກ່ວາລ້ານ!

ລາວເວີນ ມອບເຄື່ອງຊ່ວຍຕ້ານໄພໜາວ ເຂດພາກເໜືອ ລວມມູນຄ່າຮ້ອຍກ່ວາລ້ານ!

Published on

ພິທີ​ມອບ-ຮັບການ​ອຸປະຖຳເຄື່ອງ​ຊ່ວຍເຫຼືອ ​ຕ້ານ​ໄພ​ໜາວ ເຂດ​ພາກ​ເໜືອ ໄດ້​ຈັດ​ຂຶ້ນ​ວັນ​ທີ 10 ກຸມພາ 2016 ຜ່ານ​ມາ ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ (​ສສກ) ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ກ່າວ​ມອບ​ຂອງ​ທ່ານ ວິຊັນ ນະ​ລົງ​ສັກ ຮອງ​ຜູ້​ອຳນວຍການ​ບໍ​ລິສັດ ລາວ​ເວີນອະ​ສັງ​ຫາລິ​ມະ​ຊັບ ແລະ ກ່າວ​ຮັບ​ຂອງທ່ານ ບົວ​ລານ ສິລິ​ປັນຍາ ລັດ​ຖະມົນຕີ​ຊ່ວຍ​ວ່າການກະຊວງ​ສຶກສາ​ທິ​ການ ແລະ ກີລາ ມີ​ບັນດາຫົວໜ້າ​ກົມ-ຮອງ​ຫົວໜ້າ​ກົມ ແລະ ພະນັກງານ​ຂອງ​ທັງ 2 ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

ເຊິ່ງ​ເຄື່ອງ​ທີ່​ນຳມາ​ມອບ​ຄັ້ງ​ນີ້ ປະກອບ​ມີຜ້າຫົ່ມ 4 ພັນ​ຜືນ ຖົງມື 9 ພັນ​ຄູ່ ແລະ ຖົງຕີນ 9 ພັນ​ຄູ່ ລວມ​ມູນ​ຄ່າ 102 ລ້ານ​ກີບ ທາງ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ຈະ​ຈັດ​ສົ່ງ​ໃຫ້ 3 ແຂວງພາກ​ເໜືອຄື: ແຂວງ​ອຸດົມ​ໄຊ ຫົວພັນ ແລະ ແຂວງ​ຊຽງຂວາງ ເພື່ອ​ຕ້ານ​ໄພ​ໜາວ​ທີ່​ເກີດຂຶ້ນ​ໃນ​ປັດຈຸບັນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...