spot_img
Homeຂ່າວການພັດທະນາລາດຊະວົງ ພລາຊາ ຈະກາຍເປັນຕຶກສູງທີ່ສຸດໃນລາວ ຮັບຮອງກອງປະຊຸມສຸດຍອດອາຊຽນ ໃນປີ 2016!

ລາດຊະວົງ ພລາຊາ ຈະກາຍເປັນຕຶກສູງທີ່ສຸດໃນລາວ ຮັບຮອງກອງປະຊຸມສຸດຍອດອາຊຽນ ໃນປີ 2016!

Published on

 

ໂຄງການກໍ່ສ້າງລາດຊະວົງພລາຊາ ແມ່ນໂຄງການໜຶ່ງທີ່ສຳຄັນຂອງລັດຖະບານ ໂດຍກະຊວງປ້ອງກັນປະເທດ

ຮ່ວມກັບບໍລິສັດ ຊົ່ງຊິງຟາງເຕີ ພັດທະນາອະສັງຫາລິມະຊັບ ສປ ຈີນ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມູນຄ່າ

1,5ຕື້ໂດລາສະຫາລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ ແລະ ເປີດນຳໃຊ້ເປັນສະຖານທີ່ຈັດກອງປະຊຸມສຸດຍອດ

ອາຊຽນ ທີ່ລາວເຮົາເປັນເຈົ້າພາບໃນປີ 2016ນີ້.

 

ພິທີເປີດການກໍ່ສ້າງໂຄງການລາດຊະວົງພລາຊາ ຈັດຂຶ້ນວັນທີ 29ກັນຍາ 2014ຢູ່ຖະໜົນໄກສອນ ພົມວິຫານ

(ໂຮງແຮມລາດຊະວົງເກົ່າ) ນະຄອນຫຼວງວຽງຈັນ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການ

ກະຊວງປ້ອງກັນປະເທດ ທ່ານ ຟານຢຽນ ປະທານບໍລິສັດ ຊົ່ງຊິງຟາງເຕີ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ

ແລະ ອົງການຈັດຕັ້ງກ່ຽວຂ້ອງ ແລະ ນັກທຸລະກິດທັງພາຍໃນ-ຕ່າງປະເທດເຂົ້າຮ່ວມ.

 

20140930100050

 

ໂຄງການກໍ່ສ້າງລາດຊະວົງພລາຊາ ນະຄອນຫຼວງ ປະກອບດ້ວຍການກໍ່ສ້າງໂຮງແຮມທີ່ທັນສະໄໝ ລະດັບ 5

ດາວ ຄວາມສູງ 33 ຊັ້ນ ເຊິ່ງຖືວ່າເປັນໂຮງແຮມທີ່ມີຄວາມສູງທີ່ສຸດໃນ ສປປ ລາວ ຈະມີຫ້າງຊັບພະສິນຄ້າຄົບ

ວົງຈອນ ລວມທັງສູນບໍລິການສຸຂະພາບທີ່ໄດ້ມາດຖານສາກົນ ໂຄງການກໍ່ສ້າງລາດຊະວົງພລາຊາ ມີເນື້ອທີ່

ການກໍ່ສ້າງທັງໝົດ 150.000 ຕາແມັດ ພາຍຫຼັງສຳເລັດໂຄງການກໍ່ສ້າງຄັ້ງນີ້ ລາດຊະວົງພລາຊາ ຈະກາຍ

ເປັນສະຖານທີ່ສຳຄັນທາງເສດຖະກິດຂອງນະຄອນຫຼວງອີກແຫ່ງໜຶ່ງ ເປັນໃບໜ້າອັນໃໝ່ຂອງຊາວນະຄອນ

ຫຼວງ ກໍ່ຄືປະຊາຊົນລາວບັນດາເຜົ່າ ລວມທັງເປັນສັນຍະລັກ ການຮ່ວມມືທີ່ສຳຄັນຂອງພັກ-ລັດຖະບານລາວ

ກັບ ສປ ຈີນ ໃນດ້ານການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເຊິ່ງປັດຈຸບັນ ສປ ຈີນ ໄດ້ເປັນປະເທດອັນ

ດັບໜຶ່ງຕິດຕໍ່ກັນ 6 ປີ (ແຕ່ປີ 2008 ເປັນຕົ້ນມາ) ໃນການເຂົ້າມາລົງທຶນຢູ່ ສປປ ລາວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...