spot_img
Homeຂ່າວພາຍ​ໃນລາຍງານຜູ້ເສຍຊີວິດໃໝ່ ວັນທີ 3 ທັນວາ 2021

ລາຍງານຜູ້ເສຍຊີວິດໃໝ່ ວັນທີ 3 ທັນວາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 12 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4,254 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,138 ຄົນ (ຕິດເຊື້ອພາຍໃນ ມີ 1,132 ຄົນ ແລະ ຕິດເຊື້ອນໍາເຂົ້າ 06 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,132 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 533 ຄົນ ໃນ 152 ບ້ານ ແລະ 9 ເມືອງ
2. ຫຼວງພະບາງ ມີ 145 ຄົນ ໃນ 6​ ເມືອງ
3. ອຸດົມໄຊ ມີ 110 ຄົນ ໃນ 5 ເມືອງ
4. ຫຼວງນໍ້າທາ ມີ 91 ຄົນ ໃນ 4​ ເມືອງ
5. ບໍ່ແກ້ວ ມີ 62 ຄົນ
6. ຊຽງຂວາງ ມີ 51 ຄົນ ໃນ 1 ເມືອງ
7. ບໍລິຄຳໄຊ ມີ 32 ຄົນ ໃນ ​2 ເມືອງ
8. ສະຫວັນນະເຂດ ມີ 25 ຄົນ ໃນ 4 ເມືອງ
9. ຄຳມ່ວນ ມີ 22 ຄົນ ໃນ 5 ເມືອງ
10. ໄຊຍະບູລີ ມີ 19 ຄົນ ໃນ 3​ ເມືອງ
11. ແຂວງວຽງຈັນ ມີ 14 ຄົນ ໃນ 4​ ເມືອງ
12. ຈຳປາສັກ ມີ 9 ຄົນ ໃນ 4​ ເມືອງ
13. ຜົ້ງສາລີ ມີ 5 ຄົນ ໃນ 2​ ເມືອງ
14. ໄຊສົມບູນ ມີ 4 ຄົນ ໃນ 3 ເມືອງ
15. ອັດຕະປື ມີ 4 ຄົນ ໃນ 2​ ເມືອງ
16. ຫົວພັນ ມີ 3 ຄົນ ໃນ 2 ເມືອງ
17. ສາລະວັນ ມີ 2 ຄົນ ໃນ 2​ ເມືອງ
18. ເຊກອງ ມີ 1 ຄົນ ໃນ 1​ ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 6 ຄົນ, ທັງໝົດຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.

• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 90.458 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 553 ຄົນ, ກໍາລັງປິ່ນປົວ 12.132 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ
(ໃໝ່ 3 ຄົນ).

❖ ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 03 ຄົນ (ນະຄອນຫຼວງ 2​ ຄົນ ແລະ ບໍລິຄຳໄຊ 1​ ຄົນ):
1. ເພດຊາຍ ອາຍຸ 58 ປີ. ບ້ານ ໂພນສະຫວາດໃຕ້, ເມືອງສີໂຄດ,​ ນະຄອນຫຼວງວຽງຈັນ
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຊຳເຮື້ອ
– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
2. ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍແກ້ວ2 , ເມືອງຄໍາເກີດ, ແຂວງບໍລິຄຳໄຊ
-​ພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
-​ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
3. ເພດຍິງ, ອາຍຸ 68 ປີ, ບ້ານນໍ້າກຽງ, ເມືອງນາຊາຍທອງ, ນະຄອນຫລວງ
-​ພະຍາດປະຈໍາຕົວ: ຄວາມດັນລືອດສູງ
-​ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວີດ-19

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...