spot_img
Homeຍ້ອງຍໍຄົນດີເດັ່ນລາງວັນການບໍລິຫານຈັດການອົງກອນລະດັບສາກົນວັດຜົນຈາກຫຍັງ?

ລາງວັນການບໍລິຫານຈັດການອົງກອນລະດັບສາກົນວັດຜົນຈາກຫຍັງ?

Published on

12106860_1061159440582394_1031485618410098905_n

ກ່ອນໜົດທີມງານໂທລະໂຄ່ງຂໍອະນຸຍາດຍົກປະເດັນນີ້ມານໍາເໜີເພື່ອເປັນເວທີສົນທະນາ ແລະ ແລກປ່ຽນກັບແຟນເພຈ ເລື່ອງລາງວັນລະດັບສາກົນທີ່ພາດຫົວຂໍ້ໄວ້ຂ້ອງເທີງນີ້ ເພາະຫຼາຍມື້ກ່ອນມີແຟນເພຈ໌ ທ່ານ ໜື່ງສອບຖາມເລື່ອງລາງວັນນີ້ມາສລວ່າມີຄວາມເປັນມາແນວໃດ ຫຼຶ ໜ້າເຊືອຖຶບໍ່. ທີມງານໂທລະໂຄ່ງຍັງສືກສາຂໍ້ມູນ ແລະ ບໍ່ທັນໃຫ້ຄຳຕອບແຟນເພຈທ່ານນີ້ເທື່ອ ແຕ່ສິ່ງທີ່ແຟນເພຈທ່ານນີ້ຖາມພວກເຮົາແມ່ນໜ້າສົນໃຈ,ໜ້າຄິດ ແລະ ໜ້າສົງໃສໃນໃຈເລັກນ້ອຍ ສະນັ້ນ ທີມງານຈິ່ງເກັບປະເດັນນີ້ມາແບ່ງປັນເພື່ອມັນອາດເປັນປະໂຫຍດສະລັບນັກທຸລະກິດຫຼາຍທ່ານ ຫຼື ອາດເປັນພູມຄຸ້ມກັນດ້ານຄວາມຮູ້ໃນການປ້ອງກັນພວກວີຊາຊິບທີ່ອາດມາໃນຮູບແບບທີ່ຫຼາກຫຼາຍ:

ແຟນເພຈທ່ານນັ້ນຍົກປະເດັນວ່າ :

1.ລາງວັນນີ້ໜ້າສົນໃຈ ເປັນຫຍັງ ບໍລິສັດທີ່ໃຫ້ລາງວັນນີ້ ເຂົາສາມາດຮູ້ທີ່ຢູ່ ຫຼື ອິເມລ໌ ບໍລິສັດທີ່ຈະມອບລາງວັນໃຫ້ ຢູ່ ສປປ ລາວ ທັງໆທີ່ບໍ່ເຄີຍເປັນສະມັກຊິກ ຫຼື ພົວພັນກັນມາກ່ອນ

2.ເປັນຫຍັງການມອບລາງວັນດັ່ງກ່າວນີ້ ບໍ່ມີກະຊວງອຸດສະຫະກຳ ແລະ ການຄ້າ ເຂົ້າຮ່ວມນໍາ ເພາະຢ່າງໜ້ອຍກໍ່ແມ່ນກະຊວງຕົ້ນສັນກັດຂອງ ບັນດາບໍລິສັດຕ່າງໆ ທີ່ຢຸ່ໃນ ສປປ ລາວ. ໃນປະເດັນນີ້ ແຟນເພຈທ່ານນີ້ໃຫ້ທັກສະນະວ່າ ເປັນລາງວັນທີ່ບໍ່ໜ້າເຊື່ອຖຶ ຫຼື ອາດຈະບໍ່ຖຶຮັບຮູ້/ຮັບຮອງຈາກສາກົນກໍ່ເປັນໄປໄດ້

3.ສຳລັບ ບໍລິສັດ ຫຼື ໂຮງງານຕ້ອງການໃບຢັ້ງຢຶນ ISO ຕ້ອງໄດ້ຜ່ານຂະບວນການຫຼາຍຂັ້ນຕອນລວມທັງການກວດກາຈາກຕົວແທນວິຊາການ ISO ໂດຍເຊັນອະນຸມັດຜ່ານຈິງໄດ້ຮັບໃບຢັ້ງຢືນ ແຕ່ລາງວັນນີ້ ພັດງ່າຍຂະໜາດ ພຽງແຕ່ສົ່ງອິເມລເຂົ້າມາຫາແລ້ວບອກວ່າ ບໍລິສັດ ຖຶກຂັດເລືອກໄປຮັບລາງວັນທີ່ປະເທດອັງກິດ ເຊັ່ນດຽວກັບ ບໍລິສັດ ແຟນເພຈ ທ່ານນີ້ກໍ່ຖຶກເຊີນໃຫ້ໄປຮັບລາງວັນແບບດຽວກັນ ເຊີ່ງສ້າງຄວາມມືນງົງໃຫ້ຄະນະບໍລິຫານ ແລະ ຜູ້ຖຶຫຸ້ນບໍລິສັດ

4.ລາງວັນທີ່ໄດ້ມານີ້ມັນສາມາດນຳໄປໃຊ້ໄດ້ແທ້ບໍ່ ຫຼື ເປັນລາງວັນສາກົນແບບບໍ່ຮັບຮູ້ເປັນທາງການ ແລະ ບໍ່ສາມາດໃຊ້ໄດ້ແທ້ກັບລູກຄ້າ

5.ເປັນລາງວັນລະດັບສາກົນຕ້ອງມີຄ່າໃຊ້ຈ່າຍໃນການເດີນທາວໄປຮັບ ແລະ ມີຄ່າທຳນຽມບາງຢ່າງເພີ່ມເຕີມ

6.ການມອບລາງວັນນີ້ແມ່ນວັດຜົນຈາກຫຍັງຂອງບໍລິສັດທີຖຶກມອບ

ທີ່ມາ ເພສ THOLAKHONG https://www.facebook.com/tholakhong/photos/a.629942943704048.1073741825.629940653704277/1061159440582394/?type=3&theater

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...