spot_img
Homeຂ່າວພາຍ​ໃນລາຄາຜັກບາງປະເພດຢູ່ທ້ອງຕະຫລາດມີທ່າອ່ຽງແພງຂຶ້ນ

ລາຄາຜັກບາງປະເພດຢູ່ທ້ອງຕະຫລາດມີທ່າອ່ຽງແພງຂຶ້ນ

Published on

3etmi5kq copy

 

ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວໃນໄລຍະອາທິດທຳອິດຂອງເດືອນພະຈິກນີ້ວ່າ: ລາຄາສິນຄ້າຢູ່ທ້ອງຕະຫລາດ

ໂດຍສະເພາະແມ່ນພືດຜັກປະເພດຕ່າງໆ ເຫັນວ່າຢູ່ໃນສະພາບປົກກະຕິດີ, ແຕ່ພໍເລີ່ມເຂົ້າສູ່ໜາວ, ລາຄາຜັກບາງ

ປະເພດພັດມີທ່າອ່ຽງແພງຂຶ້ນແຕກຕ່າງກັບ 2 ອາທິດກ່ອນ ເຊັ່ນ: ຫອມປ້ອມ, ຜັກກາດຊອມ ແລະ ອື່ນໆ ອາດ

ເນື່ອງມາຈາກການຕອບສະໜອງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫລາດ ແລະ ຜູ້ບໍລິໂພກກໍອາດເປັນໄດ້.

 

ຕາມການຕີລາຄາຂອງນັກວິຊາການທີ່ກ່ຽວຂ້ອງ ໄດ້ໃຫ້ເຫດຜົນວ່າ: ສາເຫດຕົ້ນຕໍທີ່ພາໃຫ້ລາຄາພືດຜັກບາງປະ

ເພດແພງຂຶ້ນກໍຍ້ອນວ່າ: ຢູ່ຕະຫລາດບ້ານເຮົາ ສ່ວນໃຫຍ່ແມ່ນຍັງເພິ່ງພາການນຳເຂົ້າສິນຄ້າ ນັບແຕ່ໝາກໄມ້,

ອາຫານທະເລ ແລະ ພືດຜັກຕ່າງໆຈາກຕ່າງປະເທດ, ຖ້າຂາດການນຳເຂົ້າສິນຄ້າປະເພດນີ້ຈາກປະເທດໃກ້ຄຽງຈຶ່ງ

ເຮັດໃຫ້ລາຄາມີການເໜັງຕີງຄື: ຜັກຫອມປ້ອມລາຄາປົກກະຕິຈາກເມື່ອກ່ອນ 12.000 ກີບ/ກິໂລ ຖີບໂຕຂື້ນເປັນ

30.000/ກິໂລ, ຜັກກາດຊອມແຕ່ກ່ອນ 5-8.000 ກີບ/ກິໂລ ແຕ່ດຽວນີ້ແມ່ນ 10- 12.000 ກີບ/ກິໂລ ແລະ ຜັກ

ອື່ນໆ ກໍໄດ້ມີການເໜັງຕີງຂຶ້ນຕາມລຳດັບ. ຂະນະທີ່ໝາກເພັດ, ໝາກເຂືອ, ໝາກນາວ, ຜັກກະລຳ, ຜັກກາດຂາວ

ທີ່ຊາວສວນເຮົາປູກໄດ້ຫລາຍ ກໍສາມາດຮັກສາລາຄາເດີມໃນລະດັບ 10.000 ກີບລົງມາ.

 

ເຖິງຢ່າງໃດກໍດີ ສຳລັບທາງອອກໃນການແກ້ໄຂບັນຫາລາຄາພືດຜັກແພງ ກ່ອນອື່ນໝົດອຳນາດການປົກຄອງ

ແລະ ພາກສ່ວນກ່ຽວຂ້ອງຕ້ອງໄດ້ປຸກລະດົມຊາວສວນໃຫ້ເອົາໃຈໃສ່ຕໍ່ການປູກພືດລະດູແລ້ງ ແລະ ໃຫ້ຖືເປັນອາ

ຊີບຕົ້ນຕໍອັນສຳຄັນຂອງຂະແໜງປູກຝັງລ້ຽງສັດ ເພື່ອເຮັດໃຫ້ໜ້າທີ່ປຸກລະດົມປະຊາຊົນເຂົ້າສູ່ການປະຕິບັດ

ວຽກງານຕົວຈິງ ບວກໃສ່ກັບການຕອບສະໜອງປັດໄຈສົ່ງເສີມການຜະລິດໃຫ້ພຽງພໍເຊັ່ນ: ເຄື່ອງມືການຜະລິດ,

ຢາປາບ ສັດຕູພືດ ແລະ ສິ່ງສຳຄັນອື່ນໆເພື່ອ ສ້າງແຮງຈູງໃຈໃຫ້ຜູ້ຜະລິດນັບມື້ຫລາຍຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...