spot_img
Homeຂ່າວພາຍ​ໃນລັດ​ວິ​ສາ​ຫະ​ກິດ​ສະ​ບຽງ​ອາ​ຫານ ໝັ້ນ​ໃຈ​ສະ​ໜອງ​ຊີ້ນ​ໃຫ້​ຕະ​ຫລາດ ນ. ວ​ ພຽງ​ພໍ ໃນ​ບຸນ​ປີ​ໃໝ່​ລາວ

ລັດ​ວິ​ສາ​ຫະ​ກິດ​ສະ​ບຽງ​ອາ​ຫານ ໝັ້ນ​ໃຈ​ສະ​ໜອງ​ຊີ້ນ​ໃຫ້​ຕະ​ຫລາດ ນ. ວ​ ພຽງ​ພໍ ໃນ​ບຸນ​ປີ​ໃໝ່​ລາວ

Published on

Butcher-at-Market

ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳ​ກັນດີ ຢູ່​ຕະຫລາດ​ຂອງ​ປະ​ເທດ​ເຮົາ ຊຶ່ງ​​ໃກ້​ຈະ​ເຖິງ​ບຸນ​ສຳຄັນ​ຂອງ​ຊາດ​ກໍ​ຄື​ວັນ​ບຸນ​ປະ​ເພນີ​ຕ່າງໆ ຊາວຄ້າຂາຍມັກ​ສວຍ​ໂອກາດ​ຂຶ້ນ​ລາຄາ​ສິນຄ້າ​ຕາມ​ລຳພັງ​ໃຈ, ​ໂດຍ​​ເອົາ​ເຫດຜົນ​ຕ່າງໆ​ມາ​ເປັນ​ສາກ​ບັງ​ໜ້າ ​ເພື່ອ​ຊອກ​ຫາ​ວິທີ​ການ​ຂຶ້ນ​ລາຄາ​ສິນຄ້າ​ຂອງ​ຕົນ, ​ເຊັ່ນ​ດຽວ​ກັບ​ໃນ​ປັດຈຸບັນ​ສິນຄ້າ​ປະ​ເພດຊີ້ນ, ປາ ​ແລະ ​ພືດ​ຜັກ​ອື່ນໆ ​ເລີ່​ມມີ​ທ່າ​ອ່ຽງ​ເໜັງ​ຕີງ ​ເພື່ອ​ສວຍ​ໂອກາດ​ຈຳໜ່າຍ​​ໃນ​ລະຫວ່າງ​ບຸນປີ​ໃໝ່​ລາວ​ ທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້, ດັ່ງ​ນັ້ນ ພວກ​ສ່ວນ​ກ່ຽວຂ້ອງຄວນ​ຈະ​​ຮ່ວມ​ມື​ກັບໜ່ວຍ​ງາ​ນຈັດ​ສັນ​ຕະຫລາດ​ທຸກ​ແຫ່ງ​ດຳ​ເນີນ​ມາດ​ຕະການ ໃນ​ການ​ຄຸ້ມ​ຄອງ​ລາຄາສິນຄ້າ​ແຕ່ລະ​ປະ​ເພດໃຫ້​ເຂັ້ມ​ງວດ ​ແລະ ທັນ​ການເພື່ອ​ສະກັດ​ກັ້ນການ​ສວຍ​ໂອກາດ​ດັ່ງກ່າວ.

ດັ່ງ​ນັ້ນ ບຸນປີ​ໃໝ່​ປີ​ນີ້ ນັບ​ວ່າ​ເປັນ​ໂອກາດ​ດີທີ່ມີ​ບາງ​ຫົວໜ່ວຍ​ທຸລະ​ກິດລັດ​ວິ​ສາ​ຫະກິດສະບຽງ​ອາຫານ,​ ​ໄດ້​ສະໝັບສະ​ໜູນຍືນ​ມື​ເຂົ້າ​ມາ​ມີ​ສ່ວນ​ຮ່ວມສະໜອງ​ຊີ້ນ, ປາ, ອາຫານ ​​ໃຫ້​ທ້ອງ​ຕະຫລາດ​ໃນ​ນະຄອນຫລວງ ​​ໃຫ້​ພຽງ​ພໍກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ, ​ໂດຍຢືນ​ຢັນ​ວ່າ: ​ໃນ​ໄລຍະ​ບຸນປີ​ໃໝ່​ລາວ​ນີ້, ທາງ​ບໍລິສັດ​ຂອງ​ຕົນ ພ້ອມ​ຈະ​ສະໜອງ​ສະບຽງອາຫາ​ນໃຫ້​ພຽງພໍ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍ​ລິ​ໂພ​ກ ກໍ​ຄື​ຊາວນະຄອນຫລວງ​ວຽງ​ຈັນ, ​​ໃນ​ລາຄາ​ຍຸຕິ​ທຳ, ສະອາດ​ ​ແລະ ປອດ​ໄພ, ​ເຊິ່ງ​ເບື້ອງ​ຕົ້ນ​ທາງ​ບໍລິສັດ ຈະ​ນຳ​ຊີ້ນ​ອອກ​ຈຳ​ໜ່າຍ​ຢູ່​ໃນ 4 ​ຈຸດຄື ຂ້າງ​ປ້ຳ​ນ້ຳມັນ​ສີ​ຫອມ, ຕະຫລາດລາວ​ອົດ​ຊີ, ຕະຫລາດ​ທາດຫລວງ, ຕະຫລາດຂົວ​ດິນ, ​ໂດຍ​ທາງ​ບໍລິສັດ ຈະ​ເລີ່​ມຈຳໜ່າຍ​ຊີ້ນ​ດັ່ງກ່າວ​ນັບ​ແຕ່ ວັນ​ທີ 8 ​ເມສາ​ເປັນ​ຕົ້ນ​ໄປ, ​ແຕ່​ບໍ່​ຮູ້​ວ່າຊີ້ນ​ແຕ່ລະ​ປະ​ເພດ​ຕົກ​ເປັນກິ​ໂລ​ລະ​ເທົ່າ​​ໃດ ຖ້າຕ່ຳ​ກວ່າ​ທ້ອງ​ຕະຫລາ​ດທົ່ວ​ໄປຈະ​​ເປັນ​ການ​ແຊກ​ຄຸມ​ລາຄາໃນ​ທ້ອງ​ຕະຫລາດ​ໃຫ້​ໝັ້ນ​ທ່ຽງ​ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...