spot_img
Homeຂ່າວຕ່າງປະເທດລັດຟໍຣິດາພ້ອມຮັບມື "ພາຍຸເຮີຣິເຄນໄມເຄິລ" ແຮງສຸດໃນຮອບ 10 ປີ! ຄາດພັດຂຶ້ນຝັ່ງມື້ນີ້

ລັດຟໍຣິດາພ້ອມຮັບມື “ພາຍຸເຮີຣິເຄນໄມເຄິລ” ແຮງສຸດໃນຮອບ 10 ປີ! ຄາດພັດຂຶ້ນຝັ່ງມື້ນີ້

Published on

ທ່ານ ຣິດ ສະກ໊ອດ, ຜູ້ວ່າການລັດຟໍຣິດາ ປະເທດສະຫະລັດອາເມລິກາ ໄດ້ປະກາດເຕືອນໄພເຖິງປະຊາຊົນ ທີ່ອາໄສຢູ່ພື້ນທີ່ສ່ຽງໄພ 35 ເຂດ ໃນເມັກຊິໂກໃຫ້ເຝົ້າລະວັງ ແລະ ກຽມພ້ອມຮັບມືກັບພາຍຸເຮີຣິເຄນໄມເຄິລ ເຊິ່ງມີຄວາມຮຸນແຮງລະດັບ 1 ໂດຍຄາດວ່າຈະປັບຄວາມຮຸນແຮງເປັນລະດັບ 3 ມີກຳລັງແຮງລົມສູງສຸດ 209 ກິໂລແມັດ/ຊົ່ວໂມງ ຄາດວ່າຈະພັດຂຶ້ນຝັ່ງຟໍຣິດາ ໃນວັນພຸດທີ 10 ຕຸລາ 2018 (ມື້ນີ້) ໂດຍພາຍຸຫົວດັ່ງກ່າວຈະມີກຳລັງທຳລາຍລ້າງສູງທີ່ສຸດໃນຮອບ 10 ປີ ຄື້ນໃນທະເລຈະສູງເຖິງ 3.7 ແມັດ, ມີປະລິ ມານນ້ຳຝົນຫຼາຍເຖິງ 30 ຊັງຕີແມັດ ແລະ ໄດ້ສັ່ງອົບພະຍົບປະຊາຊົນປະມານ 120.000 ຄົນ ທີ່ອາໄສໃນເຂດພື້ນທີ່ສ່ຽງໄພ ແລະ ພື້ນທີ່່ຕ່ຳໄປຢູ່ສູນອົບພະຍົບຊົ່ວຄາວແລ້ວ; ນອກຈາກນີ້, ທາງຜູ່ວ່າການລັດຟໍລິດາຍັງໄດ້ກຽມກອງກຳລັງພິທັກມາຕຸພູມ 2.500 ຄົນເພື່ອຮັບມືກັບສະຖານະການທີ່ຈະເກີດຂຶ້ນ.

ດ້ານປະທານາທິບໍດີ ໂດນັລ ທຣ້ຳ ກ່າວກັບຜູ້ສື່ຂ່າວທີ່ທຳນຽບຂາວເມື່ອວັນທີ 9 ຕຸລາ 2018 ວ່າ ໄດ້ຕິດຕໍ່ກັບເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງກັບພາຍຸທີ່ກຳລັງເຄື່ອນຕົວເຂົ້າມາ ແລະ ກ່າວວ່າ ລັດຖະບານໃນນັ້ນຮວມເຖິງສຳນັກຈັດການພາວະສຸກເສີນກາງ ພ້ອມຮັບມືກັບສະຖານະການທີ່ກຳລັງຈະເກີດຂື້ນ.

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: mgronline.comnews.ch7.com
ຮູບປະກອບຂ່າວ: twitter/National Hurricane CenterVerified account

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...