spot_img
Homeຂ່າວທ້ອງຖິ່ນລັດປັບລາຄາຊີ້ນໝູຂາຍຍ່ອຍປະ ເພດ 1 ແລະ 2 ຂຶ້ນຕື່ມອີກ

ລັດປັບລາຄາຊີ້ນໝູຂາຍຍ່ອຍປະ ເພດ 1 ແລະ 2 ຂຶ້ນຕື່ມອີກ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງໄດ້ ແຈ້ງການຂຶ້ນລາຄາຊິ້ນໝູທຸກປະເພດປະມານ 3000-4000 ກີບເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງ ການອຸດ ສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ, ຜູ້ປະກອບການຊື້ສັດ-ຂາຍຊີ້ນ (ນາຍຮ້ອຍ), ຜູ້ຈໍາໜ່າຍຊີ້ນໝູໃນຕະຫຼາດ ໃຫ້ປັບຂຶ້ນລາຄາຊີ້ນໝູທຸກປະເພດນັບແຕ່ວັນທີ 15 ກັນຍາເປັນຕົ້ນໄປ.

ການແຈ້ງການຂຶ້ນລາຄາໃໝ່ນີ້ໄດ້ລະບຸໄວ້ວ່າ: ລາຄາຢືນໜ້າຟາມລາຄາຊື້-ຂາຍສູງສຸດບໍ່ໃຫ້ເກີນ 26.000 ກີບ/ກິໂລ, ລາຄາຂາຍຍົກໝູເປັນໂຕ ທີ່ໄດ້ຂ້າ, ຄົວ ແລະ ເຮັດເປັນຊິ້ນສ່ວນ ເມື່ອສົ່ງໃຫ້ຜູ້ຂາຍຍ່ອຍຢູ່ຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 31.000 ກີບ/ກິໂລ, ລາຄາຂາຍຍ່ອຍຂອງແມ່ຄ້າຢູ່ຕະຫຼາດຊີ້ນໝູປະເພດ 1 ລາຄາບໍ່ໃຫ້ເກີນ 44.000 ກີບ ແລະ ລາຄາຊີ້ນໝູປະເພດ 2 ໃຫ້ຂາຍໃນລາຄາບໍ່ເກີນ 41.000 ກີບ.

ຖ້າອິງໃສ່ແຈ້ງການຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງກ່ຽວກັບແຈ້ງການລາຄາຊີ້ນໝູ ໃນວັນທີ 30 ມັງກອນ 2020 ພົບວ່າ ລາຄາຊີ້ນໝູປະເພດ 1 ເພີ່ມຂຶ້ນ 4.000 ກີບ (ຈາກ 40.000 ມາເປັນ 44.000 ກີບ/ກິໂລ) ແລະ ປະເພດ 2 ເພີ່ມຂຶ້ນ 3.000 ກີບ/ກິໂລ (ຈາກ 38.000 ມາເປັນ 41.000 ກີບ/ກິໂລ).

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...