spot_img
Homeຂ່າວພາຍ​ໃນລັດຖະມົນຕີຕ່າງປະເທດ ສປ ຈີນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 22-24 ເມສາ 2016

ລັດຖະມົນຕີຕ່າງປະເທດ ສປ ຈີນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 22-24 ເມສາ 2016

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຫວັງອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ ພ້ອມຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 22-24 ເມສາ 2016.

ທ່ານ ຫວັງອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເກີດເມື່ອເດືອນຕຸລາ 1953 ທີ່ນະຄອນຫລວງປັກກິ່ງ, ປະຫວັດການສຶກສາ ປະລິນຍາໂທ ດ້ານເສດຖະກິດ, ປະຫວັດການເຮັດວຽກ 1969-1977 ຊາວໜຸ່ມລົງກໍ່ສ້າງຮາກຖານ ແລະ ການຜະລິດຢູ່ແຂວງ Heilongjiang, 1977-1978 ພະນັກງານຢູ່ສະຖາບັນການຄົ້ນຄວ້າຂໍ້ມູນຂ່າວສານ ກະຊວງໄປສະນີ ແລະ ໂທລະຄົມສະມາຄົມ, 1978-1982 ນັກສຶກສາຢູ່ພາກວິຊາພາສາສາດຂອງອາຊີ ແລະ ອາຟຣິກາ ທີ່ສະຖາບັນ Beijing Second Foreign Language

Institute, 1982-1989 ພະນັກງານວິຊາການ ຊັ້ນອະນຸເຂລາ, ຮອງຫົວໜ້າພະແນກ ແລະ ຫົວໜ້າພະແນກ ກົມອາຊີ ກະຊວງການຕ່າງປະເທດ, 1989-1994 ທີ່ປຶກສາ, ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສປ ຈີນ ທີ່ຍີ່ປຸ່ນ, 1994-1995 ຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ, 1995-1998 ຫົວໜ້າກົມອາຊີ ກະຊວງການຕ່າງປະເທດ, 1998-2001 ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຫົວໜ້າກົມຄົ້ນຄວ້ານະໂຍບາຍ, 2001-2004 ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, 2004-2007 ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳຍີ່ປຸ່ນ, 2007-2008 ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ປະຈຳການ, 2008-2013 ຫົວໜ້າຫ້ອງການວຽກງານໄຕ້ຫວັນ ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ລັດຖະມົນຕີປະຈຳ ຮັບຜິດຊອບວຽກງານໄຕ້ຫວັນຂອງຫ້ອງວ່າການລັດຖະບານ ແຫ່ງ ສປ ຈີນ,2013 ເຖິງປັດຈຸບັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...