spot_img
Homeຂ່າວທ້ອງຖິ່ນລັດຖະມົນຕີກະຊວງ ຍທຂ ຕ້ອນຮັບປະທານ ທະນາຄານ ພັດທະນາອາຊີ

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບປະທານ ທະນາຄານ ພັດທະນາອາຊີ

Published on

ສຳນັກຂ່າວສານປະເທດລາວລາຍງານ ເມື່ອວັນທີ 14 ມີນາ 2017 ວ່າ ທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ບຳບັງ ຊູຊານໂຕໂມ (Bambang Susantono) ຮອງປະທານ ທະນາຄານພັດທະນາອາຊີ(ADB) ເນື່ອງໃນໂອກາດ ທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ນະຄອນຫລວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານ ບຸນຈັນ ສີນທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ການເດີນທາງ ມາຢ້ຽມຢ້າມໃນຄັ້ງນີ້, ເຊິ່ງສອງຝ່າຍໄດ້ປຶກສາຫາລືການຮ່ວມມືກັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ທະນາຄານພັດທະນາອາຊີ ໃນໄລຍະຜ່ານມາ ເປັນຕົ້ນ ການປ່ຽນແປງສະພາບດິນຟ້າອາກາດ ທີ່ມີຜົນກະທົບຕໍ່ການກໍ່ສ້າງເສັ້ນທາງ, ການອອກແບບເສັ້ນທາງໃນອະນາຄົດ ເຊິ່ງການກໍ່ສ້າງເສັ້ນທາງ ອາດຈະຕ້ອງຄິດໄລ່ບັນຫາການປ່ຽນແປງ ຂອງສະພາບດິນຟ້າອາກາດ ພ້ອມຈະສືບຕໍ່ການຮ່ວມມືໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ທ່ານ Ramesh Lekhak ລັດຖະມົນຕີ ກະຊວງພື້ນຖານໂຄງລ່າງ ແລະ ການຂົນສົ່ງ ແຫ່ງ ປະເທດເນປານ ເນື່ອງໃນໂອກາດທີ່ໄດ້ເຂົ້າຮ່ວມ ກອງປະຊຸມຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2017 ນີ້ ທີ່ນະຄອນຫລວງວຽງຈັນ ເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...