spot_img
Homeຂ່າວພາຍ​ໃນລັດຖະບານ ສປ ຈີນ ມອບທຶນໃຫ້ນັກສຶກສາລາວ 350 ຄົນໄປຮຽນຢູ່ໃນປະເທດຈີນ

ລັດຖະບານ ສປ ຈີນ ມອບທຶນໃຫ້ນັກສຶກສາລາວ 350 ຄົນໄປຮຽນຢູ່ໃນປະເທດຈີນ

Published on

ນັກສຶກສາລາວຈໍານວນ 350 ຄົນສົກຮຽນ 2023-2024 ໄດ້ທຶນລັດຖະບານຈີນ ເພື່ອໄປສຶກສາຕໍ່ຢູ່ສປ ຈີນ, ງານລ້ຽງສົ່ງນັກສຶກສາລາວ ໄດ້ຈັດຂຶ້ນໃນວັນທີ 24 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງຈັດໂດຍສະຖານທູດສປ ຈີນ ປະຈໍາສປປ ລາວ, ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງສາງ (Wang Chang) ອຸປະທູດສະຖານເອກອັກຄະລັດຖະທູດສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງສອງຝ່າຍລາວ-ຈີນ, ແລະ ນັກສຶກສາທີ່ໄດ້ທຶນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຫວາງສາງ ອຸປະທູດສະຖານເອກອັກຄະລັດຖະທູດສປ ຈີນ ປະຈໍາສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕໍ່ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຄັ້ງນີ້ວ່າ: ພັກ-ລັດຈີນເອົາໃຈໃສ່ສູງຕໍ່ການພັດທະນາພາລະກິດການສຶກສາ ໃນການສົ່ງເສີມວຽກງານການສຶກສາຂອງຕົນ ພ້ອມທັງຮ່ວມມືດ້ານການສຶກສາຢ່າງຕັ້ງໜ້າກັບນັກສຶກສາຂອງປະເທດທີ່ຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງປະກອບມີ ສປປ ລາວ, ໂດຍສະເພາະຊາວໜຸ່ມລາວ. ປັດຈຸບັນ, ນັກສຶກສາລາວທີ່ໄປຮຽນຕໍ່ຕ່າງປະເທດກາຍເປັນອັນດັບ 2 ແລະ ລາວຍັງເປັນປະເທດເພື່ອນບ້ານທີ່ໄດ້ຮັບທຶນການສຶກສາຈາກຈີນຫຼາຍທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່ານັກສຶກສາດັ່ງກ່າວຈະກາຍເປັນຂົວຕໍ່ໃນການຮັດແໜ້ນສາຍພົວພັນລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ.

ສປ ຈີນ ຍິນດີສ້າງບຸກຄະລາກອນທີ່ດີໃຫ້ຫຼາຍກວ່າເກົ່າແກ່ປະເທດລາວ, ສ້າງຜູ້ສືບທອດໄມຕີຈິດມິດຕະພາບຈີນ-ລາວທີ່ໂດດເດັ່ນໃຫ້ຫຼາຍກວ່າເກົ່າ, ເພື່ອກາຍເປັນຜູ້ສືບທອດຄວາມສີວິໄລໃນຕໍ່ໜ້າ.

ປັດຈຸບັນມີນັກສຶກສາລາວທີ່ໄດ້ທຶນຈາກລັດຖະບານຈີນ ກໍາລັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງປະເທດຈີນ ຈໍານວນ 350 ທຶນຕໍ່ປີ, ໃນລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ. ນອກຈາກນີ້ຍັງມີການແລກປ່ຽນບຸກຄະລາກອນໄປຝຶກອົບຮົມໄລຍະສັ້ນ-ຍາວຮ່ວມກັນ.

ແຫຼ່ງຂ່າວ CRI

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...