spot_img
Homeຂ່າວພາຍ​ໃນລັດ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫຼາຍຮ້ອຍຕື້ກີບ

ລັດ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫຼາຍຮ້ອຍຕື້ກີບ

Published on

ໃນຕອນບ່າຍ ຂອງວັນທີ 3 ພະຈິກ 2021 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ຕໍ່ຄໍາຖາມຂອງສະມາຊິກສະພາ ແຫ່ງຊາດ(ສສຊ) ໃນຫຼາຍບັນຫາກ່ຽວກັບການຄຸ້ມຄອງບັນດາໂຄງການລົງທຶນ ໃນຂອບເຂດທົ່ວປະເທດ, ແຕ່ບັນຫາທີ່ ສສຊ ມີຄວາມສົນໃຈຫຼາຍອີກປະການໜຶ່ງ ກໍແມ່ນຄວາມຄືບໜ້າໃນການກວດກາ ຄືນໂຄງການທີ່ມີມູນຄ່າສູງເກີນຈິງ ແລະ ວິທີແກ້ໄຂ ຂອງລັດຖະບານ.

ລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຊີ້ນໍາການກວດກາຜົນການລົງທຶນຂອງລັດ ແລະ ອອກຂໍ້ຕົກລົງເລກທີ 34 ອອກມາຕື່ມອີກ ເພື່ອແບ່ງຄວາມຮັບພິຊອບລະຫວ່າງຄະນະສະເພາະກິດ ຂັ້ນສູນກາງ ໃຫ້ຮັບພິຊອບກວດກາໂຄງການທີ່ມີ ມູນຄ່າ 10 ຕື້ກີບຂຶ້ນໄປ.

ວນຂັ້ນຂະແໜງການ ແລະ ຂັ້ນທ້ອງຖິ່ນ ແມ່ນກວດກາໂຄງການລົງທຶນທີ່ມີມູນຄ່າ 10 ຕື້ກີບ ລົງມາ ເຊິ່ງການກວດກາໄດ້ດໍາເນີນມາ ແຕ່ເດືອນສິງຫາ 2019 ມາຮອດ ເດືອນເມສາ 2021, ຜ່ານການກວດກາຕົວຈິງ ຂອງຄະນະສະເພາະກິດຂັ້ນສູນກາງເຫັນວ່າກວດກາທັນ 206 ໂຄງການ, ມີມູນຄ່າຫຼາຍກວ່າ 97.834 ຕື້ກີບ.

ໃນນີ້ ກວດກາສໍາເລັດ 760 ໂຄງການ ເທົ່າກັບ 63% ຂອງແຜນການ, ມີມູນຄ່າຫລາຍກວ່າ 55.492 ຕື້ກີບ ແລະ ຜ່ານການກວດກາຄືນເຫັນວ່າມີຕົວເລກບໍ່ສອດຄ່ອງຈໍານວນ 1.781 ຕື້ກວ່າກີບ ແລະ 383.000 ໂດລາ ສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກອອກຈາກມູນຄ່າໂຄງການ.

ນອກນີ້, ຍັງພົບເຫັນໂຄງການ ທີ່ບໍ່ທັນໄດ້ຜ່ານ ການຮັບຮອງຈາກສະພາ (ນອກແຜນ) ຈໍານວນໜຶ່ງ ແລະ ພົບເຫັນອີກ 121 ໂຄງການ ມີມູນຄ່າຕາມສັນຍາສູງກວ່າມູນຄ່າໂຄງການ ທີ່ຄິດໄລ່ຕາມຫົວໜ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດປະ ມານ 20% ຂຶ້ນໄປ ເທົ່າກັບ 3.127 ຕື້ກີບ.

ສໍາລັບໂຄງການທີ່ ມີມູນຄ່າ 10 ຕື້ກີບລົງມາ ໃນຂອບເຂດທົ່ວປະເທດ ມີຈໍານວນ 4.336 ໂຄງການ, ລວມມີມູນຄ່າກວ່າ 11.693 ຕື້ກີບ.

ໄດ້ກວດກາ ສໍາເລັດແລ້ວ 1.244 ໂຄງການ ເທົ່າກັບ 28,7% ຂອງແຜນການ ແລະ ຍັງ ພົບເຫັນຕົວເລກ ມູນຄ່າ ທີ່ບໍ່ສອດຄອງທັງໝົດ 26,38 ຕື້ກີບ ແລະ 15.400 ກວ່າໂດລາສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກລົບອອກ ຈາກມູນຄ່າໂຄງ ການ. ນອກນີ້ ຍັງພົບເຫັນໂຄງການທີ່ສະພາບໍ່ທັນຮັບຮອງ (ໂຄງການນອກແຜນ) ຈໍານວນ 23,91 ຕື້ ກີບ ແລະ ກວດພົບອີກ 62 ໂຄງການທີ່ມີມູນຄ່າຕາມສັນຍາສູງກວ່າໂຄງການທີ່ຄິດໄລ່ຕາມຫົວໜ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດອີກປະມານ 20% ທີ່ຈະຕ້ອງໄດ້ມີການຕໍ່ລອງເພື່ອ ໃຫ້ມູນຄ່າໂຄງການ ຫຍັບຫຼຸດລົງມາຢູ່ໃນລະດັບທີ່ສົມເຫດສົມຜົນ.

ຂ່າວ: ຂປລ ສຸພາສະຫວັນ ສີຊະນະມຸງຄຸນ ແລະ ຮູບ: ເກດສະໜາ-ອ່າຍຄໍາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...