spot_img
Homeຂ່າວທ້ອງຖິ່ນລັກງົວໄປຂາຍມາເຂົ້າຮຸ້ນຊື້ຢາບ້າ

ລັກງົວໄປຂາຍມາເຂົ້າຮຸ້ນຊື້ຢາບ້າ

Published on


ການຫາເງິນແບບງ່າຍໆ ແລະບໍ່ອອກແຮງງານນັ້ນກໍ່ແມ່ນການໄປລັກຊັບຂອງເພິ່ນເພື່ອເອົາມາເປັນຂອງໂຕ ດັ່ງສານປະຊາຊົນແຂວງສະຫວັນນະເຂດຕັດສິນຄະດີລັກຊັບຂອງພົນລະເມືອງ ແລະຄ້າຂາຍຢາເສບຕິດໃນຫວ່າງມໍ່ໆນີ້ ຄືທ້າວ ພຸດ (ຈຳເລີຍ) ອາຍຸ 29 ປີສັນຊາດລາວ, ອາຊີບເຮັດນາ, ບ້ານປົ່ງດົງ ເມືອງອາດສະພັງທອງ ຖືກຫາວ່າລັກຊັບ (ງົວ) ຂອງພົນລະເມືອງ ແລະຄ້າຂາຍຢາເສບຕິດ (ຢາບ້າ).
ໃນວັນທີ 24 ກັນຍາ 2013 ເວລາປະມານ 16 ໂມງທ້າວ ພຸດ ໄດ້ອອກຈາກຖຽງຂອງທ້າວ ຍືນ ຜູ້ເປັນໝູ່ເພື່ອໄປຊອກຫາລັກຊັບ, ພໍຮອດບ້ານໜອງໃສ ໄດ້ເຫັນງົວແມ່ໂຕໜຶ່ງເຊີ່ງຜູກໄວ້ແຄມຖຽງນາເຊີ່ງເປັນງົວຂອງທ້າວ ບຸນເພັງ ແລ້ວໄດ້ລົງມືລັກຄົນດຽວ ຕໍ່ຈາກນັ້ນໄດ້ນຳເອົາໄປຂາຍໃຫ້ແກ່ນາງ ຈິດ ຊຶ່ງເປັນແມ່ຄ້າສັດ ແລະໄດ້ຂາຍງົວໂຕດັ່ງກ່າວໃນລາຄາ 10 ພັນບາດ (ສະກຸນເງິນໄທ), ຫຼັງຈາກຈຳເລີຍໄດ້ເງິນມາແລ້ວກໍ່ໄດ້ແບ່ງເງິນຈຳນວນ 5 ພັນບາດຮ່ວມທຶນກັບເງິນຂອງທ້າວ ຍືນ ໄປຊື້ຢາເສບຕິດ (ຢາບ້າ) ມາຂາຍຍ່ອຍເພື່ອເອົາກຳໄລ ໃນລາຄາ 10 ພັນບາດ/ຢາບ້າ 1 ຖົງ ແລະໄດ້ນຳມາແບ່ງກັນຄົນລະເຄິ່ງ, ຈາກນັ້ນຜູ້ກ່ຽວໄດ້ນຳເອົາຢາບ້າອອກຈຳໜ່າຍຂາຍໃຫ້ໄວໜຸ່ມທົ່ວໄປພາຍໃນບ້ານ ແລະບ້ານໃກ້ຄຽງ, ວັນທີ 30 ກັນຍາ 2013 ຈຳເລີຍໄດ້ໂທລະສັບໃຫ້ທ້າວ ຍືນ ເອົາຢາບ້າມາສົ່ງໃຫ້, ຂະນະທີ່ພວກກ່ຽວນັ່ງລົມກັນຢູ່ຖຽງນາໄດ້ພົບເຫັນເຈົ້າໜ້າທີ່ຕຳຫຼວດແລ້ວໄດ້ເອົາໂຕຫຼົບໜີໄປ, ຈົນຕົກມາຮອດວັນທີ 5 ຕຸລາ 2013 ຈຳເລີຍໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່.
ຄະດີດັ່ງກ່າວສານໄດ້ລົງໂທດຕັດອິດສາລະພາບທ້າວ ພຸດ (ຈຳເລີຍ) ໃນສະຖານລັກຊັບຂອງພົນລະເມືອງແລະຄ້າຂາຍຢາເສບຕິດ ຖືກຈຳຄຸກເປັນເວລາ 5 ປີ 6 ເດືອນ ແລະປັບໃໝເປັນເງິນຈຳນວນ 10 ລ້ານກວ່າກີບ.
ຂ່າວ-ພາບ: ພຸດທະສິນ ໜັງສືພິມສະຫວັນພັດທະນາ

laopost.com

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...