spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງໄຂ້ເລືອດອອກ!! ພຽງ 10 ວັນຂອງປີໃໝ່ ທົ່ວປະເທດມີຈຳນວນຜູ້ຕິດເຊື້ອແລ້ວ 50 ກວ່າຄົນ

ລະວັງໄຂ້ເລືອດອອກ!! ພຽງ 10 ວັນຂອງປີໃໝ່ ທົ່ວປະເທດມີຈຳນວນຜູ້ຕິດເຊື້ອແລ້ວ 50 ກວ່າຄົນ

Published on

ໜ່ວຍເຝົ້າລະວັງພະຍາດລະບາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນເຖິງວ່າທົ່ວປະເທດຍັງບໍ່ມີການລະບາດອງພະຍາດໄຂ້ເລືອດອອກກໍຕາມ, ແຕ່ພໍເລີ່ມເຂົ້າສູ່ປີໃໝ່ມາພຽງ 10 ວັນທົ່ວປະເທດມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 50 ຄົນໂຊກດີບໍ່ມີຜູ້ເສຍຊີວິດ, ໃນນັ້ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫຼາຍກວ່າ 20 ຄົນ, ສ່ວນບັນດາແຂວງເຊັ່ນ: ຈຳປາສັກ, ຄຳມ່ວນ, ອັດຕະປື, ສະຫວັນນະເຂດ, ວຽງຈັນ ແລະ ແຂວງອື່ນໆກໍມີຈຳນວນຜູ້ຕິດເຊື້ອຈຳນວນໜຶ່ງ, ຊຶ່ງຖືເປັນສັນ ຍານທີ່ບໍ່ດີແຕ່ຫົວທີ ແລະ ອາດມີຄວາມສ່ຽງກໍໃຫ້ເກີດການລະບາດຂອງໄຂ້ເລືອດອອກກໍເປັນໄດ້, ເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ເອື້ອອຳນວຍໃຫ້ຍຸງລາຍຕົວນຳເຊື້ອຂະຫຍາຍພັນໄດ້ງ່າຍດັ່ງທີ່ເປັນຢູ່ໃນປັດຈຸບັນ ແລະ ຖ້າຫາກພາກສ່ວນກ່ຽວຂ້ອງບໍ່ຮີບຮ້ອນໃນການປ້ອງກັນ ແລະ ສະກັດກັ້ນທີ່ມີປະສິດທິຜົນໂດຍໄວ, ກໍອາດຈະເຮັດໃຫ້ມີການລະບາດຂອງພະຍາດໄຂ້ເລືອດອອກກໍເປັນໄດ້.

ດັ່ງນັ້ນ ຈຶ່ງມີຄວາມຈຳເປັນສູງໃນການປ້ອງກັນ ແລະ ສະກັດກັ້ນພະຍາດນີ້ເພື່ອບໍ່ໃຫ້ມີການລະບາດເກີດຂຶ້ນ, ທັງເປັນການປ້ອງກັນແຕ່ຫົວທີ, ໂດຍໃຫ້ເພີ່ມທະວີການເຝົ້າລະວັງ ແລະ ປະຕິບັດການຕອບໂຕ້ ແລະ ຖ້າຫາກເຂດໃດເກີດມີກໍລະນີຜູ້ຕິດເຊື້ອຫຼາຍໃຫ້ລາຍງານສູນກາງດ່ວນເພື່ອລົງຊ່ວຍເຫຼືອໄດ້ທັນເວລາ, ພ້ອມນັ້ນປະຊາຊົນເອງກໍຕ້ອງເປັນເຈົ້າການເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງຍຸງລາຍດ້ວຍການປະຕິບັດຕາມຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ຈົນກວ່າມັນຈະດັບສູນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...