spot_img
Homeຂ່າວຕ່າງປະເທດຣັດ​ເຊຍ-ຢູ​ເຄຣນ ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄັ້ງ​ທຳ​ອິດ ຢູ່​ຊາຍ​ແດນ​ເບ​ລາ​ຣຸ​ດ

ຣັດ​ເຊຍ-ຢູ​ເຄຣນ ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄັ້ງ​ທຳ​ອິດ ຢູ່​ຊາຍ​ແດນ​ເບ​ລາ​ຣຸ​ດ

Published on

ຣັດ​ເຊຍ ​ແລະ ຢູ​ເຄຣນ ຕົກລົງ​ຈັດການ​ເຈລະຈາ​ເປັນ​ຄັ້ງ​ທຳ​ອິດ ຢູ່​ຊາຍ​ແດນ​ໃນ​ເບ​ລາຣຸດ ໃກ້ກັບແມ່ນ້ຳປີປຽດ ໃນວັນທີ 28 ກຸມພາ 2022 ຕາມເວລາທ້ອງຖິ່ນ ຫຼັງຈາກຜູ້ນຳຣັດເຊຍສັ່ງ​ບຸກ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ໃສ່​ຢູ​ເຄຣນ ຕັ້ງແຕ່ວັນທີ 24 ກຸມພາທີ່ຜ່ານມາ.

ການເຈລະຈາຄັ້ງທຳອິດນີ້ ບໍ່​ແມ່ນເປັນ​ການ​ເຈລະຈາ​ລະຫວ່າງ​ປະທານາທິບໍດີ​ລັດ​ເຊຍ  ​ແລະ ປະທານາທິບໍດີ​ອູ​ແກຣນ ​ເນື່ອງຈາກວ່າ​ທັງ​ສອງ​ຝ່າຍ​ພຽງ​ແຕ່​ສົ່ງ ‘ຜູ້ຕາງໜ້າ’ ​ໄປ​ຮ່ວມ​ໂຕະ​ເຈລະຈາ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ຢູເຄຣນຂອງກອງທັບ​ຮັດ​ເຊຍ​ພຽງເທົ່ານັ້ນ. ເຊິ່ງທ່ານ ອາເລັກຊານເດີ ລູຄາເຊນໂກ ປະທານາທິບໍດີ ແຫ່ງເບລາຣຸດ ອາສາຮັບຜິດຊອບດ້ານຄວາມປອດໄພໃຫ້ແກ່ຕັວແທນຢູເຄຣນທີ່ເດີນທາງມາເຈລະຈາ.

ໂດຍຜູ້ນຳເບລາຣຸດ ເປີດເຜີຍການກຽມພ້ອມດ້ານຄວາມປອດໄພສຳລັບຜູ້ຕາງຫນ້າຢູເຄຣນ ທັງເຮືອບິນ, ລູກສອນໄຟ ທີ່ໄດ້ກຽມພ້ອມໃນຂະນະທີ່ນັກເຈລະຈາຂອງຢູເຄຣນ ມາເຂົ້າຮ່ວມກອງປະຊຸມທີ່ຢູ່ຊາຍແດນເບລາຣຸດ ແລະ ເດີນທາງກັບຄືນ.

ໃນການ​ເຈ​ລະ​ຈາລະຫວ່າງ​ຜູ້​ແທນ​ຢູ​ເຄຣນ ແລະ ຣັດ​ເຊຍ ມີ​ຂຶ້ນ​ພາຍຫຼັງ​ທີ່ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ຢູ​ເຄຣນ ໂດຍອ້າງວ່າທາງຢູເຄຣນ ໄດ້ປະຕິເສດຂໍ້ສະເໜີຂອງຣັດເຊຍ ທີ່ຈະຈັດການເຈລະຈາສັນຕິພາບໃນເບລາຣູດ. ຍ້ອນ​ວ່າ​ຝ່າຍ​ຢູເຄຣນ​ຢາກ​ເຈລະຈາ​ຢູ່​ວໍ​ຊໍ ນະຄອນຫຼວງຂອງໂປແລນ ຈາກ​ນັ້ນ ຢູ​ເຄຣນໄດ້ອອກມາ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່ອ້າງ​ວ່າ ຢູ​ເຄຣນ ບໍ່​ຢາກ​ເຈລະຈາ​ກັບ​ຣັດ​ເຊຍ.

ແຫຼ່ງຂໍ້ມູນ: CNN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...