spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ ລັດຖະມົນຕີຫ້ອງວ່າການ ປະທານປະເທດຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີຫ້ອງວ່າການ ປະທານປະເທດຜູ້ໃໝ່

Published on

Untitled-102.11.1

ຂປລ. ພິທີ​ມອບ​-ຮັບ​ໜ້າ​ທີ່ ລະຫວ່າງ ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ (ຜູ້​ເກົ່າ)ແລະ ທ່ານ ຄໍາ​ເມິງ ພົງ​ທະ​ດີ ​ເປັນ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ (ຜູ້ໃໝ່) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ 2015 ທີ່​ຫ້ອງ​ວ່າການ​ປະ​ທານ​ປະ​ເທດ(ຫໍ​ຄໍາ) ​ໂດຍ​ມີ ທ່ານ ບຸນ​ຍັງ ວໍລະ​ຈິດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີ​ບັນດາ​ຄະນະ​ພັກ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຕາງໜ້າ​ຫ້ອງ​ວ່າການ​ລັດຖະບານ, ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ພາຍ​ໃນຫ້ອງການ​ດັ່ງກ່າວ ​ເຂົ້າ​ຮ່ວມ.

​ ເພື່ອ​ສືບ​ຕໍ່​ຊີ້​ນຳ​ນຳພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ຂອງຫ້ອງ​ວ່າການ​ປະທານ​ປະ​ເທດ ທີ່​ການຈັດ​ຕັ້ງ​ພັກ-ລັດຖະບານ​ມອບ​ໝາຍ​ໃຫ້ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ຕົນ ​ໃຫ້​ປະສົບ​ຜົນສຳ​ເລັດ​ນັ້ນ, ທ່ານ ບຸນ​ຍັງ ວໍລະ​ຈິດ  ​ ໄດ້​ໃຫ້​ກຽດ​ໂອ້​ລົມ​ໂດຍ​ກ່າວວ່າ: ການ​ມອບ-ຮັບ​ໜ້າ​ທີ່​ ລະຫວ່າງ ​ລັດຖະມົນຕີ​, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ທີ່​ລັດຖະມົນຕີ​​ຜູ້​ໃໝ່​ຈະ​ໄດ້​ສືບ​ຕໍ່​ນຳພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈຂອງ​ພັກ-ລັດ​ ​ ໃຫ້​ປາກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນັ້ນກໍ​ເພື່ອ​ເປັນ​ການ​ຮອງ​ຮັບບໍາລຸງ​ຍົກ​ລະດັບ ພະນັກງານ​ການ​ນໍາຜູ້ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ ເຂົ້າ​ໃນ​ພາລະກິດ​ລວມຂອງ​ຊາດ. ​ການ​ໜູນ​ວຽນ, ການ​ຊັບຊ້ອນ​ໜ້າ​ທີ່ ​ເຊິ່ງ​ແມ່ນ​ເປັນ​ເລື່ອງ​ປົກກະຕິ, ທັງ​ເປັນ​ກົດ​ເກນ ​ແລະ ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາ ທີ່​ເຄີຍ​ປະຕິບັດ​ກັນ​ມາ.

​ ​ພ້ອມ​ກັນ​ນີ້, ທ່ານ​ລັດຖະມົນຕີ​ຜູ້​ໃໝ່​ ກໍຕ້ອງ​ໄດ້​ເອົາ​ໃຈ​ໃສ່ນຳພາ​ ເຕົ້າ​ໂຮມ​ຄວາມ​ສາມັກຄີ​ໃນ​ໝູ່​ຄະນະ, ໃນ​ພະນັກງານ-ລັ​ດຖະກອນ​ໃຫ້​ແໜ້ນ​ແຟ້ນ; ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ພະນັກງານ​ການ​ນໍາ ​ພາຍ​ໃນ​ກົມ ລວມທັງ​ພະນັກງານ-ລັດຖະກອນ ​ທົ່ວ​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໃຫ້​ມີ​ທັດສະນະ​ຫລັກ​ໝັ້ນ​ການ​ເມືອງ​ໜັກ​ແໜ້ນ, ສ້າງ​ໃຫ້​ພະນັກງານ​ມີ​ສະຕິ​ເຄົາລົບ​ລະບຽບ​-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ; ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ນຳພາ​​ສະມາຊິກ​ພັກ-ພະນັກງານ ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ ​ໃຫ້ມີ​ຜົນ​ສໍາ​ເລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...