spot_img
Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ ຜູ້ອຳນວຍການທະນາຄານນະໂຍບາຍ

ມອບ-ຮັບໜ້າທີ່ ຜູ້ອຳນວຍການທະນາຄານນະໂຍບາຍ

Published on

ທະນາຄານນະໂຍບາຍ ຈັດພິທີ ມອບ-ຮັບໜ້າທີ່ຜູ້ອໍານວຍການ ໃນວັນທີ 25 ຕຸລາ 2022 ລະຫວ່າງ ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ກັບ ທ່ານ ວິສອນ ໄຊສົງຄາມ ຜູ້ອໍານວຍການທະນາຄານນະໂຍບາຍຜູ້ໃໝ່ ໂດຍມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານທະນາຄານນະໂຍບາຍ, ມີບັນດາຄະນະກົມ-ຄະນະອຳນວຍການທະນາຄານ ທຸລະກິດ-ສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ກໍໄດ້ລາຍງານຫຍໍ້ສະພາບການເຄື່ອນ ໄຫວວຽກງານຂອງທະນາຄານນະໂຍບາຍ ໄຕມາດ III/2022 ແລະ ທິດທາງແຜນການໄຕມາດ IV/2022. ຈາກນັ້ນ, ກໍໄດ້ມີການລົງລາຍເຊັນໃສ່ເອກະສານ ມອບ-ຮັບໜ້າທີ່ຜູ້ອໍານວຍການ ຢ່າງເປັນທາງການ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງ ຕໍ່ກັບການຊີ້ນຳ-ນຳພາຂອງທ່ານຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ເຮັດໃຫ້ທະນາຄານນະໂຍບາຍ ມີອັນປ່ຽນແປງໃໝ່ ຢ່າງຕັ້ງໜ້າ ແລະ ຍັງໃຫ້ທິດຊີ້ນຳໃຫ້ແກ່ຜູ້ອໍານວຍການທະນາຄານນະໂຍບາຍຜູ້ໃໝ່ ພ້ອມດ້ວຍຄະນະ ຈົ່ງເອົາໃຈໃສ່ເສີມຂະຫຍາຍຜົນງານ ທີ່ພົ້ນເດັ່ນຂອງຜູ້ອໍານວຍການເກົ່າ; ນຳເອົາມະຕິຂອງຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານລະອຽດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ; ມີຄວາມສາມັກຄີເປັນເອກະພາບ, ເຮັດວຽກລວມສູນປະຊາທິປະໄຕ; ສືບຕໍ່ປັບປຸງປ່ຽນແປງ ແລະ ແກ້ໄຂຂໍ້ຄົງຄ້າງໃນຜ່ານມາ; ສະໜອງແຫລ່ງທຶນຕ້ອງໃຫ້ຖືກເປົ້າໝາຍ ແລະ ທ່ວງທັນລະດູການ ຢູ່ບັນດາເມືອງເປົ້າໝາຍ, ຈຸດສຸມພັດທະນາຂອງລັດຖະບານ, ຂອງທ້ອງຖິ່ນ ແລະ ບ້ານ 3 ສ້າງຕາມແຜນການ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...