spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາ ຊື້ຂາຍຮຸ້ນຂອງ ບໍລິສັດລັດວິສາຫະກິດໄປສະນີລາວ

ພິທີເຊັນສັນຍາ ຊື້ຂາຍຮຸ້ນຂອງ ບໍລິສັດລັດວິສາຫະກິດໄປສະນີລາວ

Published on

ໃນວັນທີ 28 ເມສາ2022 ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາ ຊື້ຂາຍຮຸ້ນຂອງບໍລິສັດລັດວິສາຫະກິດໄປສະນີລາວ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດໄປສະນີລາວຈຳກັດ ລະຫວ່າງ ກະຊວງການເງິນ ຕ່າງໜ້າຜູ້ປະຕິຮູບລັດວິສາຫະກິດ ກັບປະກັນໄພ ກັບບໍລິສັດໂລຈິດສຕິກ ເວັນເຈີ ຈຳກັດ ບໍລິສັດໃນເຄືອ ບໍລິສັດເອເຊຍລົງທຶນ ແລະ ບໍລິການຈຳກັດຜູ້ດຽວ ໂດຍຕາງໜ້າລົງນາມ ຂອງທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງ ການເງິນ ແລະ ທ່ານລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສ ກຸ່ມບໍລິສັດ ເອເຊຍ ລົງທຶນ ແລະ ບໍລິການຈຳກັດຜູ້ດຽວ.

ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ປອ ສັນຕິສຸກ ສີມມະລາວົງ ຮອງລັດຖະມົນຕີ ກະຊວງເທັກໂນໂລຊີ ແລະ ການສື່ສານ, ມີທ່ານຫົວໜ້າຫ້ອງການກະຊວງການເງີນ, ຫົວໜ້າກົມໄປສະນີ, ສະຊວງເຕັກໂນໂລຊີ ແລະ ການສື່ສານ ບັນດາຫົວໜ້າກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍການປະຕິບັດແຈ້ງການ ຂອງຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳ ຜົນການປະມູນຊື້ຂາຍຮຸ້ນບໍລິສັດລັດວິສາຫະກິດ ໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນ ກັບບໍລິສັດ ໂລຈິດສຕິກ ເວັນເຈີ ຈຳກັດ ສະບັບເລກທີ 225/ຫສນຍ ລົງວັນທີ 18 ກຸມພາ ປີ 2022 ແລະ ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1091/ກງ ລົງວັນທີ 22 ເມສາ 2022 ວ່າດ້ວຍການອານຸມັດເຫັນດີໃຫ້ເຊັນສັນຍາຊື້ຂາຍຮຸ້ນບໍລິສັດ ລັດວິສະຫະກິດ ໄປສະນີລາວ ແລະ ສັນຍາຮ່ວມຮຸ້ນ ບໍລິສັດ ໄປສະນີລາວ ຈຳກັດ ລະຫວ່າງກະຊວງການເງິນ ຕາງໜ້າໂດຍ ກົມປະຕິຮູບລັດວິສະຫະກິດ ແລະ ການປະກັນໄພ ຮ່ວມກັບ ບໍລິສັດໂລຈິສຕິກ ເວນເຈີຈຳກັດ ໂດຍລັດຖະບານລາວຕາງໜ້າໂດຍກະຊວງການເງີນ ຖືຫຸ້ນ 49% ແລະ ບໍລິສັດໂລຈິສຕິກ ເວນເຈີຈຳກັດຖືຫຸ້ນ 51%.

ບໍລິສັດໂລຈິສຕິກ ເວນເຈີຈຳກັດ ເປັນບໍລິສັດ ໃນເຄືອຂອງກຸ່ມບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ ທີ່ດຳເນີນທຸລະກິດໃນຫຼາຍຂະແໜງການ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ທະນາຄານການບໍລິການ, ການຂົນສົ່ງ, ໂທລະຄົມ, ໄອທີ, ການພັດທະນາຊັອບແວ ແລະ ອື່ນໆ.

ພາຍຫຼັງທີບໍລິສັດໄດ້ຮັບການປະມູນຊຶ້ຂາຍຮຸ້ນ ຂອງລັດວິສະຫະກິດ ໄປສະນີລາວ ໂດຍອີງຕາມເອກະສານການປະມູນຊື້ຂາຍຮຸ້ນຂອງລັດວິສະຫະກິດ ໄປສະນີລາວ ກຸ່ມບໍລິສັດໂລຈິສຕິກ ເວນເຈີຈຳກັດ ເປັນຜູ້ຊະນະການປະມູນ ຄະນະກຳມະການຄົ້ນຄວ້າ ລັດວິສະຫະກິດໄປສະນີລາວ ກໍໄດ້ເຫັນດີໃຫ້ບໍລິສັດ ໂລຈິສຕິກ ເວນເຈີຈຳກັດຖື ດຳເນີນການປະມູນຄ່າຊັບສິນຂອງ ລັດວິສະຫະກິດ ໄປສະນີລາວ ຄືນໃໝ່ ທັງບໍລິສັດກໍໄດ້ດຳເນີນການຈັດຫາບໍລິສັດທີ່ປຶກສາທາງດ້ານການເງິນ ເພື່ອທຳການປະມູນຮຸ້ນຄືນຕໍ່ກັບມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວ ຫຼັງຈາກນັ້ນກົມປະຕິຮູບ ລັດວິສະຫະກິດ ແລະ ການປະກັນໄພ ກໍໄດ້ຄັດເລືອກ ເອົາບໍລິສັດລັກຊັບລາວ-ຈີນ ເປັນຜູ້ປະເມີນຊັບສິນໃນຄັ້ງນີ້.

ທັງນີ້ກໍເພື່ອສືບຕໍ່ການຫັນວິສະຫະກິດຂອງລັດໃຫ້ທັນສະໃໝ ພ້ອມທັງເປັນການສະໜອງທຶນໃຫ້ແກ່ງົບປະມານຂອງຊາດນຳອີກດ້ວຍ.

ແຫຼ່ງຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...