ໂຄດຄໍາສັ່ງ: ພາສາລາວ
ເປີດແລ້ວ ສູນຄົ້ນຄວ້າພາສາລາວ
ພິທີໄຂສູນຄົ້ນຄວ້າພາສາລາວຢ່າງເປັນທາງການ ຈັດຂຶ້ນໃນ ວັນທີ 19/1/2018 ທີ່ມະຫາວິທະຍາໄລແຫ່ງຊາດ.
ເປັນຄວາມຄອງຄອຍຂອງຜູ້ຫ່ວງພາສາລາວ ກໍຄືຄົນລາວທຸກຄົນທັງໃນແລະນອກປະເທດ ທີ່ປະສົງຢາກໃຫ້ມີສຳນັກງານຫຼືອົງການໃດໜຶ່ງເກີດຂຶ້ນ ເພື່ອເຮັດໜ້າທີ່ຄົ້ນຄວ້າ, ບັນຍັດ, ກຳນົດຫຼັກການ ແລະປະກາດໃຊ້ພາສາລາວ ໃຫ້ເປັນເອກະພາບກັນທົ່ວສັງຄົມລາວ. ດັ່ງນັ້ນ, ການເປີດສູນຄົ້ນຄວ້າພາສາລາວ ຈຶ່ງນັບວ່າເປັນນິມິດທີ່ດີສຳລັບພາສາລາວ ທີ່ກ້າວໄປອີກຂັ້ນໜຶ່ງ ໃນການແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບການນຳໃຊ້ພາສາລາວໃຫ້ຖືກຕ້ອງ ມີລະບຽບຫຼັກການ ມີຄູບາອາຈານຜູ້ຫຼັກນັກປາດ ບາດນີ້ຊິບໍ່ໄດ້ປະປ່ອຍໃຫ້ພາສາປະຈຳຊາດເສຍບົດເສຍບາດ ຊະຊາຍຕາມໃຈແລ້ວແຕ່ຊິໃຊ້ຊິຂຽນ ຄືຮູ້ຄືເຫັນນຳກັນຜ່ານມານັ້ນ...
ທ່ານ ທອງໃບ ໂພທິສານ ໃນນາມປະທານສະມາຄົມນັກປະພັນລາວ...
ຢາກໃຫ້ຄົນລາວຂຽນໜັງສືລາວຖືກ ຕ້ອງເລິ່ມຈາກຄູສອນມັດທະຍົມ
ບັນຫາການຂຽນໜັງສືລາວບໍ່ຖືກຂອງຄົນລາວ ເປັນບັນຫາຊໍ້າເຮື້ອມາຍາວນານ ແລະຍັງແກ້ໄຂບໍ່ຕົກ ຊໍ້າຍັງນັບມື້ປາກົດເຫັນການຂຽນໜັງສືລາວຂອງຄົນລາວຜິດຫຼາຍຂຶ້ນເລື້ອຍໆ ແມ່ນແຕ່ຊື່ "ໝາກຫຸ່ງ" ກໍຍັງຫາຄົນຂຽນຖືກໜ້ອຍລົງ. ຍ້ອນຫຍັງຈັ່ງເປັນແບບນັ້ນ ແລະເຮົາຈະແກ້ໄຂແນວໃດ?
ຄວາມພະຍາຍາມທີ່ຈະແກ້ໄຂບັນຫາດັ່ງກ່າວນີ້ມີມາຍາວນານແລະມີການຈັດຕັ້ງຄົ້ນຄວ້າຫາທາງອອກຫຼາຍເທື່ອ ແຕ່ເບິ່ງແລ້ວກໍຍັງບໍ່ມີວີ່ແວວວ່າການແກ້ບັນຫາດັ່ງກ່າວຈະເກີດດອກອອກຜົນຫຼືປະສົບຜົນສຳເລັດແຕ່ຢ່າງໃດ ເນື່ອງຈາກວ່າບັນຫາການຂຽນໜັງສືລາວບໍ່ຖືກນັ້ນ ມັນບໍ່ແມ່ນບັນຫານ້ອຍ ແຕ່ມັນພັດແມ່ນບັນຫາໃຫຍ່ລະດັບຊາດ ເປັນບັນຫາທົ່ວສັງຄົມ ເຊິ່ງສາມາດເວົ້າໄດ້ວ່າ ຄົນລາວລຸ້ນໜຸ່ມຫຼາຍກວ່າ 90% ແມ່ນມັກຂຽນໜັງສືລາວຜິດ ມັນຈຶ່ງເປັນເລື່ອງຍາກທີ່ບຸກຄົນຫຼືກຸ່ມຄົນນ້ອຍໆ ຈະສາມາດແກ້ບັນຫາໃນໂຕຂອງຄົນທົ່ວປະເທດໄດ້ໃນເວລາອັນສັ້ນ.
ທິດທາງຂອງການແກ້ບັນຫາດັ່ງກ່າວນັ້ນ ຕາມທັດສະນະຂອງທ່ານ ສຈ. ປອ. ບົວລີ...
ເລັ່ງຊອກຫາ ຊ່ອງແກ້ໄຂການໃຊ້ ພາສາລາວບໍ່ຖືກຕ້ອງ
ການໃຊ້ພາສາລາວ ໃນການຂຽນ, ການເວົ້າ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຍັງພົບອຸປະສັກບໍ່ໜ້ອຍ ຍ້ອນອິດທິພົນ ປະເທດພັດທະນາແລ້ວ, ພວມພັດທະນາ ໄດ້ກະທົບ ແລະ ປ່ຽນແປງວ່ອງໄວ ຕໍ່ພາຍໃນປະເທດ ຂະນະທີ່ການໃຊ້ພາສາ ພາຍໃນປະເທດ ຍັງບໍ່ມີລັກສະນະ ເອກະພາບ ແລະ ບໍ່ໄດ້ຮັບການພັດທະນາ ທັນກັບສະພາບການຕົວຈິງ ເທົ່າທີ່ຄວນ ເຊິ່ງໄດ້ເຮັດໃຫ້ເກີດມີ...
ກິນອີ່ມກິນເຕັມ
ຄຳສຳນວນກ່ຽວກັບພຶດຕິກຳ ຫຼື ກິລິຍາອາການ ກ່ຽວກັບການກິນຂອງຄົນເຮົາ ແປວ່າ ກິນຈົນອີ່ມ, ກິນຈົນພໍ. ສຳນວນນີ້ມີຄຳກິລິຍາ ກິນ ເປັນຄຳຫຼັກແລ້ວເວົ້າຊ້ຳ ກິນ...ກິນ... ຈຶ່ງກາຍເປັນໂຄງສ້າງສຳນວນລາວທີ່ມີສຽງເກາະກ່າຍ ຟັງແລ້ວຄ່ອງຫູດີ. ລັກສະນະເດັ່ນຂອງສຳນວນແມ່ນການສຳຜັດ, ເປັນຈັງຫວະ, ປຽບທຽບສະແດງຄວາມເປັນໄນເລິກເຊິ່ງ, ພາໃຫ້ເກີດຄວາມຮູ້ສຶກ ແລະ ບອກເຖິງຄວາມສຳພັນກັນໄດ້ດີ. ໃນຊີວິດປະຈຳວັນ, ຄົນ ລາວ ຫຼື ຊົນເຜົ່າຕະກຸນໄຕມັກໃຊ້ສຳນວນກ່ຽວກັບກິລິຍາອາການຫຼາຍ.
ຕົວຢ່າງ:...
12 ອັນດັບເວັບໄຊພາສາລາວ ທີ່ຄົນລາວເຂົ້າຊົມຫຼາຍທີ່ສຸດ
ອີງຕາມສະຖິຕິທີ່ຄຳນວນໂດຍ ເວັບໄຊ ອະເລັກຊ່າ (http://www.alexa.com/) ເວັບໄຊຈັດອັນດັບເວັບຊື່ດັງຂອງໂລກ ໄດ້ເປີດເຜີຍອັນດັບເວັບໄຊຍອດນິຍົມຂອງຄົນລາວທີ່ອາໄສຢູ່ໃນປະເທດລາວ ເມື່ອອາທິດທີ່ຜ່ານມາ ບົ່ງບອກວ່າຈຳນວນຄົນລາວພາຍໃນປະເທດລາວ ທີ່ເຂົ້າຊົມເວັບໄຊທີ່ເປັນພາສາລາວຍັງໜ້ອຍ ດ້ວຍຫຼາຍສາເຫດ ບໍ່ວ່າຈະເປັນຈຳນວນຄົນລາວທີ່ເຂົ້າເຖິງລະບົບອິນເຕີເນັດຍັງບໍ່ຫຼາຍ ແລະຄົນລາວຍັງຊິນເຄີຍກັບການທ່ອງເວັບພາສາຕ່າງປະເທດ ສ່ວນເວັບພາສາລາວນັ້ນແມ່ນຫາກໍເລິ່ມ ມີໃຫ້ໃຊ້ບໍ່ທໍ່ໃດປີມານີ້.
ແນວໃດກໍຕາມ, ອີງຕາມການຈັດອັນດັບຂອງເວັບໄຊ ອະເລັກຊ່າ ແລ້ວ ເວັບພາສາລາວທີ່ຄົນໃນປະເທດລາວເຂົ້າຊົມຫຼາຍທີ່ສຸດ 12 ເວັບມີດັ່ງນີ້:
ອັນດັບທີ 1 ໄດ້ແກ່: www.bcel.com.la
ເຊິ່ງເປັນເວັບໄຊຂອງທະນາຄານການຄ້າຕ່າງປະເທດລາວ ມີຄົນລາວເຂົ້າໃຊ້ບໍລິການຫຼາຍກວ່າໝູ່ ສາເຫດກໍຍ້ອນວ່າເວັບໄຊດັ່ງກ່າວໄດ້ມີແອັບພລິເຄຣຊັ່ນ...
ບານເຕະລາວລີກ ເດີນທາງມາຮອດອາທິດທີ 11 ທີມໃຫຍ່ເກັບ 3 ຄະແນນ
ການແຂ່ງຂັນບານເຕະລາວລີກ ກັບມາແຂ່ງຂັນທຸກທີມໃນວັນເສົາທີ 11 ແລະ ວັນອາທິດທີ 12 ມິຖຸນາ ຫລັງຈາກຫລີກທາງໃຫ້ຕາຕະລາງທີມຊາດລາວ ໃນ AFC CUP ໄປເລີ່ມທີ່ຄູ່ວັນເສົາ ທີ 11 ມິຖຸນາ ໄຟຟ້າລາວ ກອ່ນແຂ່ງຢູ່ອັນດັບ 7 ພົບກັບ ໄຊທານີ ຊິດຕີ້ ທີມທ້າຍຕາຕະລາງທີ່ຜົນງານ ແລະ ສະພາບທີມໜ້າເປັນຫ່ວງ, ໄຟຟ້າລາວໃນເກມນີ້...