spot_img
Homeຂ່າວຕ່າງປະເທດພະລາຊີນີ ເອລິສເບັດ ທີ2 ຕິດເຊື້ອໂຄວິດ-19

ພະລາຊີນີ ເອລິສເບັດ ທີ2 ຕິດເຊື້ອໂຄວິດ-19

Published on

ອີງຕາມການລາງານ ໃນວັນ​ທີ 20 ກຸມພາ​ ຜ່ານມາ, ສຳນັກງານ​ພະ​ລາຊະ​ວັງ​ບັກ​ກິ້ງ​ແຮມ​ ທີ່​ນະຄອນຫຼວງ​ລອນ​ດອນ​ໄດ້​ອອກ​ຖະ​ແຫຼງການ​ຢືນຢັນ​ວ່າ: ພະລາຊິນີ ເອລິສເບັດ ທີ2 (Elizabeth II) ຂອງອັງກິດ ອາຍຸ 95 ປີ, ໄດ້ກວດພົບວ່າ ຕິດເຊື້ອໂຄວິດ-19 ພຽງບໍ່ເທົ່າໃດມື້ຫຼັງຈາກເຈົ້າຊາຍຊາວ (Charles) ມົງກຸດຮາຊກຸມານຂອງອັງກິດ ໄດ້ກວດພົບວ່າຕິດໂຄວິດ-19 ແລະ ຫຼັງຈາກນັ້ນ ຄາມິລາ (Camilla) ດັດເຊັສແຫ່ງຄອນວໍ ພັນລະຍາຂອງເຈົ້າຊາຍຊາວ ກໍຍັງຕິດເຊື້ອໂຄິວິດ-19 ເຊັ່ນດຽວກັນ.

ພະລາຊະວັງບັກກິ້ງແຮມກ່າວວ່າ: ພະລາຊິນີ ເອລິສະເບັດ ທີ2 ປ່ວຍເປັນໄຂ້ຫວັດ ແຕ່ບໍ່ຮຸນແຮງ, ສະນັ້ນຄາດວ່າ ພະອົງ ສາ​ມາດ​ປະ​ຕິ​ບັດ​ພາ​ລະ​ກິດ​ໜ້າທີ່ຕໍາ​ແຫນ່ງ​ໄດ້ໃນຮູບແບບບໍ່ໜັກຫຼາຍ ທີ່ພະລາຊະວັງໃນອາທິດທີ່ຈະມາເຖິງນີ້. ໃນຂະນະດຽວກັນ ພະລາຊິນີ ເອລິສເບັດ ທີ2 ຈະໄດ້ຮັບການເບິ່ງແຍງຈາກທີມແພດ ແລະ ຈະປະຕິບັດຕາມທຸກຄໍາແນະນໍາທີ່ຖືກຕ້ອງ.

ທັງນີ້ ພະລາຊິນີ ເອລິສເບັດ ທີ2 ໄດ້ກວດພົບວ່າ ເປັນພະຍາດໂຄວິດ-19 ພຽງສອງອາທິດ ຫຼັງຈາກເຈົ້າໜ້າທີ່ອັງກິດໄດ້ເລີ່ມພິທີສະເຫຼີມສະຫຼອງວັນຄົບຮອບການຂຶ້ນຄອງບັນລັງ 70 ປີ ຂອງພະອົງ ໃນວັນທີ 6 ກຸມພາ 2022 ທີ່ຜ່ານມາຈຶ່ງມີການກວດຫາເຊື້ອຈາກທີມເຈົ້າໜ້າທີ່, ທີ່ເຮັດວຽກຈຳນວນໜຶ່ງຂອງພະອົງໃນພະລາຊະວັງວິນເຊີວ່າຈະຕິດໂຄວິດ-19 ຫຼືບໍ່.

ທີ່ມາ: Dailymail

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...