spot_img
Homeຂ່າວຕ່າງປະເທດພະນັກງານແພດ ແລະ ຄູຢູ່ຊິມບັບເວ ປະກາດຢຸດງານປະທ້ວງຍາວ ຫລັງບໍ່ໄດ້ຮັບເງິນເດືອນຈາກລັດ!

ພະນັກງານແພດ ແລະ ຄູຢູ່ຊິມບັບເວ ປະກາດຢຸດງານປະທ້ວງຍາວ ຫລັງບໍ່ໄດ້ຮັບເງິນເດືອນຈາກລັດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ກຸ່ມພະນັກງານແພດ ແລະ ພະນັກງານຄູ ຢູ່ປະເທດຊິບບັບເວ ໄດ້ປະກາດໃນມື້ວານນີ້ (5 ກໍລະກົດ 2016) ວ່າຈະຢຸດງານປະທ້ວງຍາວ ໄປຈົນຮອດວັນທີ 14 ກໍລະກົດ ຫລັງຈາກທີ່ລັດຖະບານຊິມບັບເວ ພາຍໃຕ້ການນຳຂອງປະທານາທິບໍດີ ໂຣເບີດ ມູກາບີ ເລີ່ມປະສົບກັບສະພາວະຝືດເຄືອງດ້ານງົບປະມານ ເຮັດໃຫ້ປະສົບກັບຄວາມຫລົ້ມເຫລວ ໃນການຈ່າຍເງິນເດືອນໃຫ້ແກ່ພະນັກງານ ພາຍໃນຂົງເຂດດັ່ງກ່າວ ເນື່ອງຈາກສະພາວະເສດຖະກິດຂອງປະເທດ ໄດ້ເຂົ້າສູ່ວິກິດການຢ່າງຮຸນແຮງ.

ພ້ອມດຽວກັນນັ້ນ ສະມາພັນຄູແຫ່ງຊິມບັບເວ ກໍໄດ້ອອກປະກາດໃຫ້ສະມາຊິກຕົນ ຢຸດງານປະທ້ວງແບບບໍ່ມີກຳໜົດ ຈົນກວ່າຈະໄດ້ຮັບເງິນເດືອນ ຈາກລັດຖະບານຢ່າງຄົບຖ້ວນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...