spot_img
Homeຂ່າວຕ່າງປະເທດພະນັກງານເກັບຂີ້ເຫຍື້ອໃນຝຣັ່ງຢຸດວຽກປະທ້ວງຕ້ານແຜນເງິນບຳນານ

ພະນັກງານເກັບຂີ້ເຫຍື້ອໃນຝຣັ່ງຢຸດວຽກປະທ້ວງຕ້ານແຜນເງິນບຳນານ

Published on

ພະນັກງານເກັບຂີ້ເຫຍື້ອປະທ້ວງຢຸດວຽກເປັນເວລາ 1 ອາທິດ ເພື່ອຕໍ່ຕ້ານແຜນປະຕິຮູບເງິນບຳນານຂອງລັດຖະບານ ສົ່ງຜົນໃຫ້ໂຮງງານເຜົາຂໍ້ເຫຍື້ອ 3 ແຫ່ງນອກເມືອງຫຼວງຕ້ອງຢຸດ ກອງຂີ້ເຫຍື້ອຈຳນວນກອງເຕັມຫົນທາງໃນເມືອງຫຼວງ.

ໃນວັນທີ 13 ມີນາ 2023 ພະນັກງານເກັບຂໍ້ເຫຍື້ອໃນນະຄອນຫຼວງປາຣີສ ປະເທດຝຣັ່ງ ໄດ້ຢຸດວຽກປະທ້ວງເປັນອາທິດ ເຮັດໃຫ້ຂີ້ເຫຍື້ອຈຳນວນຫຼາຍຖືກກອງຖິ້ມໄວ້ຕາມຖະໜົນຫົນທາງທົ່ວນະຄອນຫຼວງ.

ພະນັກງານເກັບຂີ້ເຫຍື້ອ ເປັນໜຶ່ງໃນຫຼາຍກຸ່ມອາຊີບທີ່ອອກມາເຄື່ອນໄຫວປະທ້ວງໃນຊ່ວງຫຼາຍມື້ທີ່ຜ່ານມາ ຫຼັງຈາກທີ່ລັດຖະບານຝຣັ່ງປັບປຸງຮ່າງກົດໝາຍ ປັບເພີ່ມອາຍຸບຳນານຈາກ 62 ປີ ເປັນ 64 ປີ.

ຫຼ້າສຸດ ລັດຖະບານຝຣັ່ງໄດ້ເປີດເຜີຍວ່າ ສະພາໄດ້ລົງມັດຕິຮັບຮອງເອົາກົດໝາຍປະຕິຮູບເງິນບຳນານດ້ວຍສຽງສ່ວນຫຼາຍ ເຊິ່ງລວມເຖິງການຂະຫຍາຍເວລາບຳນານ ພ້ອມທັງຢືນຢັນວ່າ ລັດຖະບານຈະຕິບັດຕໍ່ໄປ ເຖິງວ່າຈະປະເຊີນກັບສຽງຄັດຄ້ານຈາກປະຊາຊົນ.

ແຫຼ່ງຂ່າວ france24

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...