spot_img
Homeຂ່າວສະພາບອາກາດຜົນກະທົບ ຈາກໄພພິບັດລົມພະຍຸ ໂນຣຸ ຫົວທີ 16

ຜົນກະທົບ ຈາກໄພພິບັດລົມພະຍຸ ໂນຣຸ ຫົວທີ 16

Published on

ຕາມການລາຍງານຈາກພະແນກ ແຮງງານ ແລະ ສະຫວັດີການສັງຄົມ(ຮສສ) ແຂວງອັດຕະປື ໃນນາມກອງ ເລຂາຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນແຂວງ ໄດ້ລາຍງານໃນຕອນແລງວັນທີ 29 ກັນຍາ 2022 ກ່ຽວກັບການປະເມີນຜົນກະທົບ ຈາກໄພພິບັດລົມພະຍຸ ຫົວທີ 16 ໂນຣຸ ລະຫວ່າງວັນທີ 27-29 ກັນຍາ 2022 ນີ້ວ່າ: ປັດຈຸບັນ, ແຂວງອັດຕະປື ແມ່ນໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງຮຽນ ໄດ້ຮັບຜົນເສຍຫາຍ, ສະພາບເສັ້ນທາງຖືກຕັດຂາດ ດິນເຊາະເຈື່ອນ, ເນື້ອທີ່ທຳການຜະລິດ-ສັດລ້ຽງເສຍຫາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກລໍາບາກ, ໃນນັ້ນ ມີ 4 ເມືອງໄດ້ຮັບຜົນກະທົບໜັກ ຄື: ເມືອງສະໜາມໄຊ, ເມືອງພູວົງ, ສາມັກຄີໄຊ ແລະ ເມືອງຊານໄຊ.

ຜ່ານການສັງລວມສະພາບຜົນກະທົບ ແລະ ຄວາມເສຍຫາຍ ເບື້ອງຕົ້ນມີຄື: ເມືອງສະໜາມໄຊ: ໄດ້ຮັບຜົນກະທົບຕົວຈິງມີ 8 ຄຸ້ມ 2 ບ້ານຄື: ຄຸ້ມທ່າອວນ, ຄຸ້ມໂຄກກ່ອງ, ຄຸ້ມດອນມ່ວງ, ຄຸ້ມດອນບົກ ບ້ານຫີນລາດ, ຄຸ້ມດົງບາກໃໝ່ຫີນຄຳ, ບ້ານໜອງແຂ້, ຄຸ້ມທ່າແສງຈັນ, ຄຸ້ມສະໝອງ, ມີເນື້ອທີ່ນາຖືກກະທົບ 714 ເຮັກຕາ, ສັດລ້ຽງ: ປະເພດໄກ່ 700 ໂຕ, ງົວ 28 ໂຕ, ຄວາຍ 5 ໂຕ, ໝູ 20 ໂຕ, ແບ້ 4 ໂຕ; ເມືອງພູວົງ ໄດ້ຮັບຜົນກະທົບຕົວຈິງ 15 ບ້ານ, 4.300 ຄອບຄົວ, ເນື້ອທີ່ນາຖືກກະທົບ 1.200 ເຮັກຕາ ເນື້ອທີ່ສວນ 100 ເຮັກຕາ, ສັດລ້ຽງປະເພດສັດປີກ 24 ໂຕ, ໜອງປາ 15 ໜອງ, ເສັ້ນທາງຄົມມະນາຄົມເປ້ເພ 4 ເສັ້ນ, ທາງຫລວງ 1 ເສັ້ນ ແລະ ທາງຊອຍ 3 ເສັ້ນ; ເມືອງສາມັກຄີໄຊ ໄດ້ຮັບຜົນກະທົບຕົວຈິງມີ 13 ບ້ານ, 831 ຄອບຄົວ ແລະ ມີຜົນເສຍຫາຍທາງດ້ານກະສິກໍາການຄົມມະນາຄົມ ແລະ ທາງດ້ານອື່ນໆ ໃນນັ້ນ, ມີເນື້ອທີ່ຖືກຜົນກະທົບທັງໝົດ 687,8 ເຮັກຕາ, ເນື້ອທີ່ເຂົ້ານາປີ 242,8 ເຮັກຕາ, ເນື້ອທີ່ພືດສະບຽງອາຫານ 19,9 ເຮັກຕາ, ເນື້ອທີ່ພືດເປັນສິນຄ້າ 96 ເຮັກຕາ, ໜອງປາເສຍຫາຍ 96 ໜອງ, ປາທີ່ເສຍຫາຍ 1.202.800 ໂຕ, ແບ້ 8 ໂຕ, ໝູ 3 ໂຕ, ສັດປີກ 703 ໂຕ, ຈັກສູບນໍ້າຄອງເໝືອງຊົນ ລະປະທານນາພອກ 1 ເຄື່ອງ, ເສັ້ນທາງຄົມມະນາຄົມ 10 ເສັ້ນ, ໄລຍະທາງ 34,8 ກິໂລແມັດ ແລະ ໂຮງຮຽນ 1 ແຫ່ງ, ຄາດຄະເນມູນຄ່າເສຍຫາຍທັງໝົດເກືອບ 13 ຕື້ກີບ; ເມືອງຊານໄຊ ໄດ້ຮັບຜົນກະທົບຕົວຈິງມີ 24 ບ້ານ, 1.680 ຄອບຄົວ, ມີ 840 ຫລັງຄາເຮືອນ, ເນື້ອທີ່ນາຖືກກະທົບ 1.920 ເຮັກຕາ, ເນື້ອທີ່ສວນ 79 ເຮັກຕາ, ສັດປີກ 5.463 ໂຕ, ງົວ 52 ໂຕ, ຄວາຍ 24 ໂຕ, ໂຮງຮຽນ 7 ແຫ່ງ, ນໍ້າລິນ 5 ແຫ່ງ, ວິດຖ່າຍ 52 ບໍ່, ເສັ້ນທາງຄົມມະນາຄົມເປ່ເພ 9 ເສັ້ນ, ທາງຫລວງ 1 ເສັ້ນ, ທາງຊອຍ 8 ເສັ້ນ, ລວມມູນຄ່າເສຍຫາຍ 2,8 ຕື້ກວ່າກີບ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...