spot_img
Homeຂ່າວທ້ອງຖິ່ນປີ 2018 ລາວຈະສາມາດແກ້ໄຂບັນຫາສະພາບການສັນຈອນແອອັດໃນຕົວເມືອງໄດ້

ປີ 2018 ລາວຈະສາມາດແກ້ໄຂບັນຫາສະພາບການສັນຈອນແອອັດໃນຕົວເມືອງໄດ້

Published on

ໜັງສືພິມລາວພັດທະນາລາຍງານເມືອວັນທີ 17 ກຸມພາ 2017 ວ່າ ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ປັດຈຸບັນເຖິງວ່າສະພາບການສັນຈອນໃນນະ ຄອນຫຼວງວຽງຈັນຈະມີຄວາມແອອັດຕິດຕໍ່ກັນແກ່ຍາວຫລາຍຂຶ້ນ, ໂດຍສະເພາະຕາມຈຸດສາມແຍກ, ສີ່ແຍກໃນເວລາເລັ່ງດ່ວນສົ່ງຜົນໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ແລະ ບັນຫາອຸປະຕິເຫດກໍນັບມື້ເພີ່ມຂຶ້ນ,ເຊິ່ງສາເຫດຕົ້ນຕໍແມ່ນມາຈາກພາຫະນະເພີ່ມຂຶ້ນສະເລ່ຍປະມານ15% ຕໍ່ປີ, ຄືເຫັນໄດ້ວ່າ: 6 ປີຜ່ານມາສະເພາະຢູ່ນະຄອນຫຼວງວຽງຈັນມີພາຫະນະເພີ່ມຂຶ້ນເກືອບ 8 ແສນຄັນ.

ສ່ວນການພັດທະນາເສັ້ນທາງພັດຍັງຢູ່ໃນຂອບເຂດຈຳກັດບວກກັບການຈອດລົດຊະຊາຍຕາມແຄມທາງມີແຜ່ຫຼາຍ, ຜູ້ຂັບຂີ່ຈຳນວນບໍ່ໜ້ອຍຍັງບໍ່ຕື່ນຕົວປຕິບັດກົດລະບຽບຈະລາຈອນດີເທົ່າທີ່ຄວນ, ຄະນະດຽວດັນການຄຸ້ມຄອງລະບົບການຈະລາຈອນຍັງບໍ່ທັນເປັນລະບົບຄົບຊຸດ, ຊຶ່ງໃນໄລຍະຜ່ານມາມາດຕະການແກ້ໄຂກໍເຮັດໄດ້ພຽງສະ ເພາະໜ້າເທົ່ານັ້ນ, ດັ່ງນັ້ນ ເພື່ອຢາກແກ້ໄຂສະພາບແອອັດດັ່ງກ່າວເປັນໄລຍະຍາວຂະແໜງກ່ຽວຂ້ອງຕ້ອງໄດ້ສຶກສາໃຫ້ລະອຽດເພື່ອສາມາດກຳນົດທາງຂຶ້ນ-ທາງລ່ອງ, ທາງລ້ຽວຂວາ-ລ້ຽວຊ້າຍຄືນໃໝ່,ພ້ອມການປັບປຸງປ້າຍຫ້າມ, ປ້າຍເຕືອນຕ່າງໆ ແລະ ຖ້າຫາກບ່ອນ ໃດຈຳເປັນກໍຈະຕ້ອງໄດ້ຕິດຕັ້ງໄຟອຳນາດເພີ່ມຕາມຈຸດ 3 ແຍກ , 4 ແຍກຕ່າງໆ, ຖ້າຈຳ ເປັນກໍຈະຕ້ອງຈັດສັນໂມງເຂົ້າຮຽນກ່ອນໂມງລັດຖະການ, ເພີ່ມລົດເມສາທາລະນະເພື່ອຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ ແລະ ໃນໄລຍະຍາວກໍຍັງເພີ່ມການລົງທຶນໃສ່ການສ້າງລະບົບຂົນສົ່ງທີ່ດີ, ປັບປຸງພື້ນຖານໂຄງລ່າງເສັ້ນທາງໃຫ້ໄດ້ມາດຕະຖານ, ສ້າງຈຸດບໍລິການຈອດລົດໃນຕົວເມືອງໃຫ້ພຽງພໍ, ຄວບຄຸມການປຸກສ້າງໃກ້ກັບຈຸດ 3 ແຍກ, 4 ແຍກຕາມກົດໝາຍຜັງເມືອງ, ສ້າງຕັ້ງສູນຄວບຄຸມລະບົບຈະລາຈອນ ແລະ ມາດຕະການຈໍາກັດການນໍາເຂົ້າລົດ,ຊຶ່ງຄາດວ່າການຈັດຕັ້ງປະຕິບັດແຜນການດັ່ງກ່າວຈະໃຫ້ສຳເລັດໃນປີ 2018 ແລະ ຊ່ວຍແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນຖານ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...