spot_img
Homeຂ່າວພາຍ​ໃນປີໃໝ່ສາກົນປີນີ້ ທາດຊີ້ນພຽງພໍກັບການສະໜອງຕະຫຼາດ

ປີໃໝ່ສາກົນປີນີ້ ທາດຊີ້ນພຽງພໍກັບການສະໜອງຕະຫຼາດ

Published on

20141229100253

 

ທ່ານ ຄຳ​ຫຼ້າ ແສງ​ດາ​ວົງ ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ສະບຽງ​ອາຫານ ນະຄອນຫຼວງ​ວຽງຈັນ​ ໄດ້​ໃຫ້​ຮູ້​ໃນ​ທ້າຍ​ອາທິດ​ທີ່​

ຜ່ານມາ​ ກ່ຽວ​ກັບ​ການ​ສະໜອງ​ຊີ້ນ​ໃນໄລຍະ​ປີ​ໃໝ່​ສາກົນ​ວ່າ: ລັດ​ວິ​ສາຫະ​ກິດ​ສະບຽງ​ອາຫານ ນວ ໄດ້ກະກຽມ​ສະບຽງ​

ອາຫານ​ຕອບ​ສະໜອງ ​ໃຫ້​ກັບ​ຜູ້​ບໍລິໂພກ​ໃນ​ໄລຍະ​ປີ​ໃໝ່​ສາກົນ 2015 ເປັນຕົ້ນ​ຊີ້ນ​ປາ ເພື່ອ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງ

ການ​ຂອງ​ຕະຫຼາດ ປັດຈຸບັນ​ການ ສະໜອງ​ຊີ້ນ​ໝູແມ່ນ 28-30 ໂຕນຕໍ່​ມື້ ຊີ້ນ​ງົວ-ຄວາຍ 4-5 ໂຕນຕໍ່​ມື້ ສ່ວນ​ປາ​ກະ

ຊັງ ແລະ ສັດ​ປີກ ເປັນຕົ້ນ ເປັດ ໄກ່ ໄດ້ພຽງພໍ​ກັບ​ການ​ສະໜອງ ເວົ້າລວມ​ການ​ສະໜອງ​ທາດ​ຊີ້ນ​ໃນໄລຍະ​ບຸນ​ດັ່ງກ່າວ

ໄດ້​ມີ​ການ​ກະກຽມ​ສະໝອງ​ທາດ​ຊີ້ນ​ເພີ່ມ​ຂຶ້ນກວ່າ​ປົກກະຕິ 20% ຈຶ່ງ​ສົ່ງ​ຜົນໃຫ້​ລາຄາ​ໃນ​ທ້ອງ​ຕະຫຼາດ​ປີ​ນີ້ ຄາດ​ວ່າ​ຈະ

​ບໍ່​ມີ​ການ​ເໜັງ​ຕີງຫຼາຍນັ້ນ ​ກໍ່​ຍ້ອນ​ການ​ຕອບ​ສະໜອງ​ທາດ​ຊີ້ນ​ທີ່​ພຽງພໍ​ກັບຄວາມ​ຕ້ອງການ ແຕ່​ເຖິງ​ຢ່າງໃດກໍ່​ຕາມ

​ກໍ່​ຮຽກຮ້ອງ​ໃຫ້​ຜູ້​ປະກອບການ​ຂາຍ​ທາດ​ຊີ້ນ ກໍ່​ຄືແມ່​ຄ້າຊາວ​ຂາຍ ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ປະຕິບັດ​ຕາມ​ລາຄາ​ທີ່​ພາກ​

ລັດ ກຳນົດ​ໃຫ້​ຢ່າງ​ເຂັ້ມ​ງວດ ນັ້ນ​ກໍ່ເພື່ອ​ຄວາມ​ເປັນ​ທຳ​ຂອງ​ຜູ້​ບໍ​ລິໂພກ ແລະ ພ້ອມ​ນີ້ ກໍ່​ຮຽກຮ້ອງໃຫ້​ພາກສ່ວນ​ທີ່​ກ່ຽວ

ຂ້ອງ​ ລົງ​ຕິດຕາມ​ກວດກາ​ທາງ​ດ້ານ​ລາຄາຢ່າງ​ເຂັ້ມ​ງວດ ໂດຍ​ສະເພາະ​ແມ່ນ​ຊີ້ນ​ໝູ​ທີ່​ຍັງ​ມີ​ລາຄາ​ແພງ ໃນ​ຄະນະລາ​ຄາ

​ໝູ​ໜ້າ​ຟາມ​ແມ່ນ​ຫຼຸດລົງ​ຫຼາຍ​ ປັດຈຸບັນ​ມີ​ລາຄາ​ພຽງ 16 ພັນ​ກີບ​ຕໍ່​ກິ​ໂລ​ເທົ່າ​ນັ້ນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...