spot_img
Homeຂ່າວທ້ອງຖິ່ນປີໃໝ່ລາວ ນວ ເປີດກວ້າງໃຫ້ທຸກພາກສ່ວນ ເຂົ້າຮ່ວມແຂງຂັນກີລາຫາດຊາຍ

ປີໃໝ່ລາວ ນວ ເປີດກວ້າງໃຫ້ທຸກພາກສ່ວນ ເຂົ້າຮ່ວມແຂງຂັນກີລາຫາດຊາຍ

Published on

ພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ (ນວ) ເປີດກວ້າງຍິນດີຕ້ອນຮັບທຸກພາກ ສ່ວນສົ່ງນັກກີລາເຂົ້າຮ່ວມກິດຈະກຳແຂ່ງຂັນກີລາ 4 ປະເພດ

ເພື່ອສ້າງຂະບວນການສະເຫຼີມສະຫຼອງສົ່ງທ້າຍ ປີເກົ່າ ພສ 2558 ແລະຕ້ອນຮັບປີໃໝ່ ລາວພສ 2559 ໃນລະຫວ່າງວັນທີ 14-16 ເມສານີ້.

ອີງຕາມການລາຍງານຂອງທ່ານ ນາງ ຈັນສະໝອນ ປະເສີດໄຊ ຮອງຫົວໜ້າຂະແໜງກີລາມວນຊົນພະແນກສຶກສາທິການ ແລະກີລານະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເພື່ອເປັນການສືບຕໍ່ຮັກສາມູນເຊື້ອປະເພນີລາວອັນດີງາມໃຫ້ຄຽງຄູ່ກັບຄົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ຕະຫຼອດໄປໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2558 ແລະຕ້ອນຮັບ ປີໃໝ່ລາວ ພສ 2559 ທີ່ຈະບັນຈົບ ຄົບຮອບມາເຖິງອີກວາລະໜຶ່ງໃນກາງເດືອນເມສານີ້ພ້ອມທັງສົ່ງເສີມ ໃຫ້ນັກກິລາຫາດຊາຍລາວໄດ້ມີການພັດທະນາຢ່າງຕໍ່ເນື່ອງລຽນຕິດດັ່ງນັ້ນ ຈິ່ງຂໍແຈ້ງມາຍັງບັນດາສະໂມສອນ, ບ້ານເມືອງ, ໂຮງຮຽນປະຖົມ, ມັດທະຍາຕອນຕົ້ນ-ຕອນປາຍ ແລະທີມກີລາທຸກພາກສ່ວນອ້ອມຂ້າງນະຄອນຫຼວງວຽງຈັນ ກ່ຽວກັບການ ເຂົ້າຮ່ວມແຂ່ງຂັນກີລາຫາດຊາຍ 4 ປະເພດ ປະກອບມີເຕະບານ, ບານສົ່ງ, ກະຕໍ້ ແລະເຮືອເຈັດສະກີ ນອກຈາກນັ້ນ, ກໍຍັງມີກິດຈະກຳ ແບບດັ່ງເດີມພື້ນເມືອງລາວເປັນຕົ້ນ ແມ່ນມັດຕາຕີໝໍ້, ມວຍກາງນໍ້າ, ປີນເສົານໍ້າມັນ ແລະອື່ນໆອີກ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14-16  ເມສານີ້ທ່າມກາງບັນຍາກາດຂອງພໍ່-ແມ່ປະຊາຊົນບັນດາເຜົ່າຊາວລາວ ທັງຊາດສ້າງຂະບວນການສະຫຼອງວັນບຸນປີໃໝ່ລາວປະຈຳປີ 2016 ຫຼື ພສ 2559 ຢ່າງຟົດຟື້ນມ່ວນຊື່ນ.

ສຳລັບການແຈ້ງເຈດຈຳນົງເຂົ້າຮ່ວມກິດຈະກຳແຂ່ງຂັນກີລາ 4 ປະເພດດັ່ງກ່າວແມ່ນເປີດຮັບສະໝັກແຕ່ ເວລານີ້ເປັນຕົ້ນໄປ ແລະຈະປິດຮັບສະໝັກໃນວັນທີ 11 ເມສາ 2016 ພ້ອມທັງຈັດພິທີຈັບສະຫຼາກໃນຕອນບ່າຍເວລາ 15:00 ໂມງ ທີ່ພະແນກສຶກສາທິການ ແລະກີລານະຄອນ ຫຼວງວຽງຈັນ (ບຶງຂະຫຍອງທຸກປະເພດກີລາແມ່ນມີລາງວັນອັນດັບ 1, ອັນດັບ 2 ແລະອັນດັບ 3 ມອບໃຫ້ນັກກີລາຜູ້ທີ່ມີຜົນງານດີເດັ່ນຖ້າຫາກ ວ່າພາກສ່ວນໃດສົນໃຈສາມາດຕິດຕໍ່ ພົວພັນນຳໄດ້ທີ່ເບີໂທ 021350509 ຫຼື 02077881210 ຕາມໂມງລັດຖະການ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...