spot_img
Homeຂ່າວທ້ອງຖິ່ນປັບໃໝ 10 ເທົ່າຂອງອັດຕາປົກກະຕິຫາກກວດພົບ “ຜູ້ຂັບຂີ່ບໍ່ມີເອກະສານຄົບຖ້ວນ”

ປັບໃໝ 10 ເທົ່າຂອງອັດຕາປົກກະຕິຫາກກວດພົບ “ຜູ້ຂັບຂີ່ບໍ່ມີເອກະສານຄົບຖ້ວນ”

Published on

ເພື່ອຮັບປະກັນຊີວິດ, ຊັບສິນຂອງພົນລະເມືອງ, ເຮັດໃຫ້ເມືອງຫຼວງມີຄວາມສະຫງົບສຸກ ແລະ ສັງຄົມມີຄວາມປອດໄພ ນະຄອນຫຼວງວຽງຈັນຍັງມີມາດຕະການເພື່ອຫຼຸດຜ່ອນອຸບັດເຫດ ແລະ ຮັກສາຄວາມປອດໄພຕາມຖະໜົນຫຼາຍມາດຕະການທີ່ຄວນຮູ້ໄວ້.

ໃນມາດຕາທີ 15 ມາດຕະການຕໍ່ຜູ້ຂັບຂີ່ຍານພາຫະນະ ທີ່ລະເມີດກົດລະບຽບຈາລະຈອນອື່ນໆ ໃນຂໍ້ທີ 5ຂອງມາດຕາໄດ້ກ່າວໄວ້ວ່າ ເມື່ອເຈົ້າໜ້າທີ່ຕຳຫຼວດຈາລະຈອນກວດພົບຜູ້ຂັບຂີ່ຍານພາຫະນະບໍ່ມີໃບຂັບຂີ່, ບໍ່ມີໃບກວດກາເຕັກນິກຍານພາຫະນະ ແມ່ນໃຫ້ສຶກສາອົບຮົມກ່າວເຕືອນ, ແນະນຳໃຫ້ໄປສອບເສັງໃບຂັບຂີ່ ແລະ ປັບໃໝ 10 ເທົ່າ ຕາມທີ່ລະບຸໄວ້ໃນມາດຕາ 29 ຂອງດຳລັດ 188/ນຍ.

ດຳລັດ 188/ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ. ໃນມາດຕາທີ 29 ການຂັບຂີ່ລົດໂດຍບໍ່ມີເອກະສານຄົບຖ້ວນ ເຊິ່ງຜູ້ຂັບຂີ່ຕ້ອງມີເອກະສານດັ່ງນີ້: ໃບຂັບຂີ່, ໃບທະບຽນລົດ, ໃນກວດກາເຕັກນິກ, ໃບເສຍຄ່າທາງ, ໃບປະກັນໄພລົດ, ສຳລັບລົດທີ່ເຮັດທຸລະກິດຕ້ອງມີເອກະສານທີ່ກ່ຽວຂ້ອງກັບທຸລະກິດຄົບຖ້ວນ.

ຫາກຜູ້ຂັບຂີ່ຂາດເອກະສານໃດໜຶ່ງທີ່ກ່າວມາຂ້າງເທິງນີ້ຈະຖືກປັບໄໝ 10 ເທົ່າຈາກຄຳສັ່ງເຈົ້າຄອງນະຄອນຫຼວງ ສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ຕາມປະເພດລົດດັ່ງລຸ່ມນີ້:

  • ລົດຈັກ ຈາກປັບໄໝ 20.000ກີບ ເພີ່ມເປັນ 200.000ກີບ
  • ລົດ 3 ລໍ້ຕິດເຄື່ອງຈັກ ຈາກປັບໄໝ 25.000ກີບ ເພີ່ມເປັນ 250.000ກີບ
  • ລົດເບົາ (ລົດເກັງ, ລົດກະບະ, ລົດຈິບ, ລົດຕູ້ນ້ອຍ) ຈາກປັບໄໝ 40.000ກີບ ເພີ່ມເປັນ 400.000ກີບ
  • ລົດໂດຍສານ 4 ລໍ້ ຈາກປັບໄໝ 100.000ກີບ ເພີ່ມເປັນ 1.000.000 ກີບ
  • ລົດບັນທຸກ 6 ລໍ້ ຈາກປັບໄໝ 60.000ກີບ ເພີ່ມເປັນ 600.0000 ກີບ
  • ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດເມໂດຍສານ ຈາກປັບໄໝ 150.000ກີບ ເພີ່ມເປັນ 1.500.000ກີບ
    ໃນຂໍ້ຕົກລົງດັ່ງກ່າວນີ້ ບໍ່ໄດ້ກ່າວວ່າກວດພົບຄັ້ງທີເທົ່າໃດຈຶ່ງຈະປັບໃໝໃນອັດຕາຂ້າງເທິງ ນັ້ນສະແດງວ່າຖ້າກວດພົບກໍຈະມີການໃຊ້ມາດຕະການດັ່ງກ່າວທັນທີ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂໍ້ຕົກລົງເຈົ້າຄອງນະຄອນຫຼວງ ​ເລກທີ 1323/ຈນວ, ດຳລັດນາຍົກລັດຖະມົນຕີ ເລກທີ 188/ນຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...