spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດຂອງສານ ຄາຣ໌ໂບໄຮເດຣດ

ປະໂຫຍດຂອງສານ ຄາຣ໌ໂບໄຮເດຣດ

Published on

ຄາຣ໌ໂບໄຮເດຣດ ຄື ສານປະກອບອິນຊີທີ່ມີຢູ່ເປັນຈຳນວນຫຼາຍ ແລະ ມີຢູ່ຫຼາຍຊະນິດໃນທຳມະຊາດ ເຊິ່ງປະກອບດ້ວຍອະຕອມຂອງ C (ຄາຣ໌ບອນ), H (ໄຮໂດຣເຈນ) ແລະ O (ອົກຊີ) ໂດຍມີຄວາມສຳຄັນຕໍ່ສິ່ງທີ່ມີຊີວິດໃນດ້ານການເປັນແຫຼ່ງພະລັງງານ ແລະ ເປັນສ່ວນປະກອບຕ່າງໆພາຍໃນເຊລ ແລະ ເຍື່ອເຊລຕ່າງໆ

ປະໂຫຍດຂອງຄາຣ໌ໂບໄຮເດຣດ

  1. ຊ່ວຍໃຫ້ພະລັງງານ ແລະ ຄວາມອົບອຸ່ນຕໍ່ຮ່າງກາຍ
  2. ຄາໂບຣໄຮເດຣດຈັດເປັນສ່ວນປະກອນຂອງສານທີ່ເຮັດໜ້າທີ່ສຳຄັນໃນຮ່າງກາຍຫຼາຍຊະນິດເຊັ່ນ: ສານຈຳພວກກົນໄກໂຄໂປຕິນ (glycoprotein), ໄກລໂຄໄລປິດ (glycolipid), ກຣົດນິວຄລິອິດ (nucleic acid) ເປັນຕົ້ນ
  3. ຄາຣໂບໄຮເດຣດເປັນແຫລ່ງພະລັງງານທີ່ຮຽກວ່າ ໂພລີແຊັກຄາໄຮສະສົມ (Storage polysaccharide) ເຊັ່ນ: ໄກລໂຄເຈນ ແລະ ແປ້ງ ເຊິ່ງປຽບຄືແຫຼ່ງອາຫານທີ່ເກັບສະສົມພະລັງງານໄວ້
  4. ຄາຣໂບໄຮເດຣດ ມີຄວາມຈຳເປັນຕໍ່ການຊ່ວຍເຜົາຜານໄຂມັນໃນຮ່າງກາຍໃຫ້ເປັນໄປຕາມປົກກະຕິ
  5. ຄາຣໂບໄຮເດຣດຈະຊ່ວຍຮັກສາຄຸນຄ່າຂອງໂປຣຕິນໄວ້ບໍ່ໃຫ້ເຜົາຜານເປັນພະລັງງານ ຫາກໄດ້ຮັບພະລັງງານຈາກຄາຣໂບໄຮເດຣດພຽງພໍແລ້ວ
  6. ຄາຣໂບໄຮເດຣດທີ່ເຫຼືອໃຊ້ຈາກການປ່ຽນໄປເປັນພະລັງງານ ແລະ ສ້າງໄກລໂຄເຈນ ຮ່າງກາຍຈະນຳໄປໃຊ້ໃນການສັງເຄາະໄຂມັນ ແລະ ກຣົດອະມິໂນ
  7. ຄາຣໂບໄຮເດຣດຈະຊ່ວຍໃນການທຳງານຂອງສະມອງຈະຕ້ອງອາໃສກລູໂຄສ (glucose) ເຊິ່ງເປັນຕົວໃຫ້ພະລັງງານທີ່ສຳຄັນ

 

ທີ່ມາຈາກ: https://medthai.com
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...