spot_img
Homeຂ່າວຕ່າງປະເທດປະທ້ວງ ໂດນັນ ທຣັມ ດ້ວຍໂພສຕອິກ! ເຕັມກໍາແພງສະຖານີລົດໄຟໃຕ້ດິນ

ປະທ້ວງ ໂດນັນ ທຣັມ ດ້ວຍໂພສຕອິກ! ເຕັມກໍາແພງສະຖານີລົດໄຟໃຕ້ດິນ

Published on

%e0%bb%82%e0%ba%94%e0%ba%99%e0%ba%b1%e0%ba%a5ການປະທ້ວງຕໍ່ຕ້ານ ໂດນັນ ທຣັມ  ຍັງຄົງມີຕໍ່ເນື່ອງຫຼາຍຮູບແບບ ໂດຍທີ່ນິວຢອກມີການຂຽນຂໍ້ຄວາມເທິງໂພສອິກ ນໍາມາຕິດໃສ່ກໍາແພງສະຖານີລົດໄຟໃຕ້ດິນ.

ສໍານັກຂ່າວຮອຍເຕີລາຍງານໃນວັນທີ 14 ພະຈິກນີ້ວ່າ: ຜູ້ໃຊ້ບໍລິການລົດໄຟໃຕ້ດິນໃນນິວຢອກ ຕ່າງກໍແປກໃຈ ເມື່ອໄດ້ເຫັນກໍາແພງທີ່ສະຖານີລົດໄຟໃຕ້ດິນ ເຕັມໄປດ້ວຍເຈ້ຍໂພສອິກ ຫຼາຍສີສັນ ຂຽນຂໍ້ຄວາມຕໍ່ຕ້ານ ໂດນັນ ທຣັມ ໂດຍສະເພາະແນວຄິດຂອງເຂົາທີ່ຈະສ້າງກໍາແພງກັ້ນລະຫວ່າງສາຫະລັດກັບເມັກຊິໂກ ໂດຍໃຫ້ເມັກຊິໂກເປັນຄົນອອກຄ່າກໍ່ສ້າງເອງ.

ຊາວອາເມລິກັນຈໍານວນຫຼາຍບໍ່ເຫັນດີນໍາແນວຄິດຂອງທຣັມ  ໄດ້ຂຽນຂໍ້ຄວາມວ່າ “ ຄວາມຮັກສໍາຄັນກວ່າການຄຽດຊັງ” ແລະຂໍ້ຄວາມ “ ເຮົາຕ່າງກໍເປັນຜູ້ອົບພະຍົບດ້ວຍກັນທັ້ງນັ້ນ ” ມາຕິດໄວ້ທີ່ກໍາແພງຂອງລົດໄຟໃຕ້ດິນ ທີ່ສະຖານີຢູນຽນສະແຄວຣ ໃນແມນຮັດຕັນ ຊຶ່ງເປັນແນວຄິດຂອງສິລະປິນທີ່ມີຊື່ວ່າ ແມກທິວ ລີວີ ຊາເວຊ ໂດຍເຂົາເອີ້ນວ່າ ການບໍາບັດໂດຍສະຖານີລົດໄຟໃຕ້ດິນ ຊາເວຊ ບອກວ່າຫຼາຍມື້ທີ່ຜ່ານມາຊາວອາເມລິກັນມີຄວາມຄຽດຫຼາຍ ເຂົາຫວັງຈະໃຫ້ພື້ນທີ່ດັ່ງກ່າວເປັນພື້ນທີ່ໃຫ້ຄົນສະແດງຄວາມຄິດເຫັນ ຈຶ່ງໄດ້ເຊີນຊວນຜ່ານທາງອິນສຕາແກຣມ ໃຫ້ຄົນມາຮ່ວມຂຽນໂນ້ດດ້ວຍກັນ ຊຶ່ງນັບເຖິງຕອນນີ້ ມີຂໍ້ຄວາມຕິດຢູ່ທີ່ກໍາແພງແລ້ວບໍ່ຕໍ່າກວ່າ 10,000 ແຜ່ນ.

ສ່ວນຊາວນິວຢອກທີ່ມາຮ່ວມຂຽນຂໍ້ຄວາມປະທ້ວງທຣັມບອກວ່າ ວິທີການນີ້ມີພະລັງຫຼາຍກວ່າການອອກໄປແຮ່ຂະບວນຕາມທ້ອງຖະໜົນ ເພາະທີ່ຜ່ານມາມີຜູ້ຊຸມນຸມຖືກຕໍາຫຫຼວດຈັບ ການສະແດງດ້ວຍວິທີນີ້ ເປັນສຽງຂອງປະຊາຊົນທີ່ຕ້ອງການການປ່ຽນແປງ ແລະບໍ່ຍອມຮັບຜົນການເລືອກຕັ້ງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...