spot_img
Homeຂ່າວພາຍ​ໃນປະຊາຊົນລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

ປະຊາຊົນລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

Published on

ອີງຕາມຂໍ້ມູນການລາຍງານຈາກຫ້ອງການຄະນະຄຸ້ມຄອງລະເບີດແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຊຸມປີ ຜ່ານມາ ມີປະຊາຊົນຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ສປປ ລາວ ສະເລ່ຍ 40 ຄົນຕໍ່ປີ ເນື່ອງຈາກໃນລະຫວ່າງຊຸມປີ 1964-1973 ສະໄໝສົງຄາມ ຖ້ຽວບິນຂອງອາເມລິກາ ໄດ້ຂົນລະເບີດມາຖິ້ມໃສ່ແຜ່ນດິນລາວ ຫລາຍກວ່າ 580.000 ຖ້ຽວ, ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານປະມານ 270 ລ້ານໜ່ວຍ ແລະ ຊະນິດອື່ນໆ ໃນນັ້ນ ຍັງມີລູກລະເບີດປະມານ 30% ທີ່ຍັງບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆ ໃນຂອບເຂດທົ່ວປະເທດ.

ທ່ານ ພັນໂທ ຄອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດ ເພື່ອມະນຸດສະທຳ 58 ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພາຍຫລັງສົງຄາມໄດ້ສິ້ນສຸດລົງ ປະຊາຊົນລາວ ໄດ້ມີຜູ້ຮັບບາດ ເຈັບ ແລະ ເສຍຊີວິດຫລາຍກວ່າ 50.000 ຄົນ ແລະ ຫລາຍໆຄົນກໍກາຍເປັນຄົນພິການຖາວອນ, ປັດຈຸບັນນີ້, ຍັງມີປະຊາຊົນຈຳນວນໜຶ່ງ ຮູ້ເທົ່າບໍ່ເຖິງການ ເມື່ອພົບເຫັນລະເບີດແລ້ວທຳລາຍມັນດ້ວຍຕົນເອງ ເຮັດໃຫ້ລະເບີດແຕກໃສ່ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ພິການເພີ່ມຂຶ້ນໃນແຕ່ລະປີ.

ສຳລັບແຂວງທີ່ມີລະເບີດຫລາຍກວ່າໝູ່ແມ່ນ ແຂວງຊຽງຂວາງ, ສະຫວັນນະເຂດ ແລະ ແຂວງສາລະວັນ ຕາມລໍາດັບ ແລະ ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ ແຕ່ພົບເຫັນລະເບີດທີ່ບໍ່ທັນແຕກ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຂດເມືອງສັງທອງ ແລະ ເມືອງປາກງື່ມ.

ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຊີ້ນຳກອງກວດກູ້ລະເບີດເພື່ອມະນຸດສະທຳ 58, ກຳນົດເອົາຂົງເຂດກະສິກຳເປັນບູລິມະສິດ ໂດຍສະເພາະຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ບາງພື້ນທີ່ຂອງແຂວງວຽງຈັນ ເພື່ອບໍ່ໃຫ້ຊາວກະສິກອນ ທີ່ດໍາເນີນອາຊີບການຜະລິດກະສິກຳ ຕ້ອງເປັນຜູ້ຖືກເຄາະຮ້າຍ.

ຂໍ້ມູນຈາກ: ລາວສະຕາຣ໌
ພາບ: ປອ ສະແຫວງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...