spot_img
Homeຂ່າວຕ່າງປະເທດປະຊາຊົນມຽນມາບໍ່ຍອມ! ລັດຖະບານທະຫານຍົກເລີກຜົນເລືອກຕັ້ງ ອອງຊານ ຊູຈີ, ອ້າງບໍ່ໂປງໃສ

ປະຊາຊົນມຽນມາບໍ່ຍອມ! ລັດຖະບານທະຫານຍົກເລີກຜົນເລືອກຕັ້ງ ອອງຊານ ຊູຈີ, ອ້າງບໍ່ໂປງໃສ

Published on

ສຳນັກຂ່າວ YANGON ລາຍງານໃນວັນທີ 26 ກໍລະກົດຜ່ານມາ, ລັດຖະບານຜະເດັດການທະຫານມຽນມານຳໂດຍ ພົນເອກ ມິນ ອ່ອງ ຫຼ່າຍ ປະກາດຍົກເລີກຜົນການເລືອກຕັ້ງປີ 2020 ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ນຳໂດຍທ່ານ ນາງ ອອງຊານ ຊູຈີ ເປັນຝ່າຍຊະນະ ໂດຍອ້າງວ່າຜົນການເລືອກຕັ້ງທຸດຈະລິດ ແລະບໍ່ມີຄວາມເປັນທຳ ທັງທີ່ການເລືອກຕັ້ງຜ່ານໄປ ເຄິ່ງປີແລ້ວ.

ພົນຕີ ເຕັງ ໂຊ, ປະທານຄະນະກຳມະການເລືອກຕັ້ງຂອງຄະນະລັດຖະບານທະຫານມຽນມາອ້າງວ່າ ມີການເປີດເຜີຍຄະດີທຸດຈະລິດໃນການເລືອກຕັ້ງຈຳນວນ 11 ລ້ານກວ່າຄະດີ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານ ນາງ ອອງຊານ ຊູຈີ
ເອົາຊະນະຝ່າຍຄ້ານທີ່ຝັກໃຝ່ທະຫານ ເຊິ່ງພັກດັ່ງກ່າວພະຍາຍາມທີ່ຈະເຂົ້າຢຶດອຳນາດໃນມຽນມາ, ແຕ່ ພົນຕີ ເຕັງ ໂຊ ບໍ່ໄດ້ກ່າວເຖິງເລື່ອງການເລືອກຕັ້ງໃໝ່ໃນທົ່ວປະເທດທີ່ມີປະຊາກອນສູງເຖິງ 54 ລ້ານຄົນແຕ່ຢ່າງໃດ ຂະນະທີ່ກ່ອນໜ້ານີ້ ລັດຖະບານທະຫານຍັງເຄີຍບອກວ່າ ຈະດຳເນີນການເລືອກຕັ້ງໃໝ່ພາຍໃນ 2 ປີ ແລະຍັງຂູ່ວ່າຈະຍຸບພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕນຳອີກ.

ຄຳຊີ້ແຈງດັ່ງກ່າວຂັດກັບຄວາມຈິງ ໂດຍວັດທີ່ຈຳນວນປະຊາຊົນທີ່ໃຫ້ການສະໜັບສະໜູນການເລືອກຕັ້ງຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ ເມື່ອທຽບກັບຜົນການເລືອກຕັ້ງປີ 2015, ຂະນະທີ່ໃນລາຍງານການເລືອກຕັ້ງປະຈຳປີ 2020 ໂດຍກຸ່ມກວດສອບເຄືອຂ່າຍອາຊີ ເພື່ອການເລືອກຕັ້ງເສລີກໍໄດ້ກ່າວວ່າ: ການເລືອກຕັ້ງຄັ້ງນີ້ ຖືເປັນຕົວແທນປະຊາຊົນໂດຍແທ້ຈິງ.

ທ່ານ ນາງ ອອງຊານ ຊູຈີ ຖືກຄຸມຕົວຕັ້ງແຕ່ເກີດລັດຖະປະຫານ ແລະຍັງປະເຊີນກັບຂໍ້ກ່າວຫາຕ່າງໆ ເລີ່ມແຕ່ການໝິ່ນປະໝາດຂໍ້ຈຳກັດເລື່ອງໄວຣັສໂຄໂຣນ່າ ຈົນເຖິງການນຳເຂົ້າເຄື່ອງຮັບ-ສົ່ງວິທະຍຸທີ່ຜິດກົດໝາຍ ເຊິ່ງອາດເຮັດໃຫ້ຖືກຕັດສິນຈຳຄຸກດົນກວ່າ 10 ປີ.

ມຽນມາຕົກຢູ່ໃນຄວາມສັບສົນວຸ້ນວາຍນັບແຕ່ລັດຖະບານທະຫານເຂົາຢຶດອຳນາດ, ໂດຍມີຜູ້ເສຍຊີວິດຈາກການປາບປາມຜູ້ເຫັນຕ່າງແລ້ວ 900 ກວ່າລາຍ, ພ້ອມກັນນັ້ນ ການລະບາດຮອບໃໝ່ຂອງໂຄວິດ-19 ກໍ່ໃຫ້ເກີດຄວາມຫາຍະນະຮ້າຍແຮງທົ່ວປະເທດ ອັນໄດ້ກະທົບຕໍ່ໂຮງໝໍຫຼາຍແຫ່ງເນື່ອງຈາກກຸ່ມແພດໝໍທີ່ສະໜັບສະໜູນປະຊາທິປະໄຕພາກັນຄັດຄ້ານພ້ອມປະຕິເສດເຂົ້າປະຈຳການ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...