spot_img
Homeຂ່າວຕ່າງປະເທດປອມຕົວໄປສອບເສັງໃຫ້ແຟນ ໃນປະເທດອິນເດຍ

ປອມຕົວໄປສອບເສັງໃຫ້ແຟນ ໃນປະເທດອິນເດຍ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ມັງກອນ 2024 ນີ້ວ່າ: ຊາຍຊາວອິນເດຍຖືກຈັບໄດ້ວ່າພະຍາຍາມສອບເສັງໃຫ້ແຟນສາວ ທີ່ມະຫາວິທະຍາໄລແຫ່ງໜຶ່ງ ໃນລັດປັນຈາບ ປະເທດອິນເດຍ ໂດຍການສວມເສື້ອຜູ້ຍິງທາລິບສະຕິກ ແລະ ແຕ່ງໜ້າອີກດ້ວຍ.

ເຈົ້າໜ້າທີ່ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບໄດ້ຈັບກຸມຊາຍໜຸ່ມຊາວອິນເດຍ ເຊິ່ງລາວໄດ້ປອມແປງເອກະສານເພື່ອເຂົ້າສອບເສັງເປັນເຈົ້າໜ້າທີ່ສາທາລະນະສຸກ ທາງດ້ານເຈົ້າໜ້າທີ່ຄາດວ່າ: ລາວມາສອບເສັງແທນແຟນສາວຂອງລາວ.

ຊາຍໜຸ່ມລາຍນີ້ຊື່ວ່າ: ທ້າວ ອັງເກ ສິງ ໄດ້ເຂົ້າມາສອບເສັງໃນ ເມືອງໂຄກາປຸຣະ ເມື່ອວັນທີ 7 ມັງກອນ ທີ່ຜ່ານມາ, ໂດຍແຕ່ງຕົວເປັນຜູ້ຍິງ ໃສ່ປະລັກແຂນສີແດງ ພ້ອມທັງຖືເອກະສານໃນນາມຂອງຜູ້ຍິງ ເຖິງແມ່ນວ່າການປອມຕົວຂອງລາວຈະສາມາດຕົວະພະນັກງານໄດ້ ແຕ່ບໍ່ສາມາດຕົວະ ເຄື່ອງສະແກນໃບໜ້າແບບໄບໂອເມຕິກໄດ້ ເນື່ອງຈາກບໍ່ກົງກັບລາຍລະອຽດຜູ້ສະໜັກຄົນເກົ່າ.

ຈາກການສືບສວນຂອງເຈົ້າໜ້າທີ່ລະບຸວ່າ: ຜູ້ຍິງຄົນດັ່ງກ່າວຊື່ວ່າ: ປາຣັມເຈດ ອາຍຸ 34 ປີ ເຄີຍພະຍາຍາມມາສອບເສັງແບບກດຽວກັນມາກ່ອນແຕ່ບໍ່ຜ່ານ ດັ່ງນັ່ນ ທ້າວ ອັງເກ ອາຍຸ 26 ປີຈຶ່ງອາສາສະໝັກຈຶ່ງສະເໜີທີ່ຈະເຮັດຂໍ້ສອບເສັງໃຫ້ ແລະ ຫວັງວ່າຈະຜ່ານຈົນສຸດທ້າຍຖືກເຈົົ້າໜ້າທີ່ຈັບໄດ້ເສຍກ່ອນ.

ທີ່ມາ: ຂ່າວສດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...