spot_img
Homeຂ່າວຢາເສບຕິດປກສ ເມືອງນ້ຳບາກ ຂື້ນບັນຊີເປົ້າໝາຍພົວພັນຢາເສບຕິດ

ປກສ ເມືອງນ້ຳບາກ ຂື້ນບັນຊີເປົ້າໝາຍພົວພັນຢາເສບຕິດ

Published on

ວັນທີ່ 08 ກັນຍາ ຜ່ານມານີ້ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງນໍ້າບາກ ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ່ 1 (2021-2023) ແລະທິດທາງແຜນການໄລຍະທີ່ 2, ໂດຍເປັນປະທານຂອງ ທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງເມືອງນ້ຳບາກ, ມີຄະນະບັນຊາກອງບັນຊາການ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ກອງເລຂາອານຸກຳມະການວ່າດ້ວຍການແກ້ໄຂວາລະແຫ່ງຊາດຂັ້ນເມືອງ, ພະນັກງານຫຼັກແຫຼ່ງ, ອົງການປົກຄອງບ້ານ 10 ບ້ານ ກຸ່ມເທດສະບານ ແລະກຳລັງ ປກສ ບ້ານເຂົ້າຮ່ວມ.

ພິທີ ພັນໂທ ບຸນຍົງ ອິນທະລັກສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານບົດສະຫຼຸບວ່າ: ໃນໄລຍະທີ່ 1 ຄະນະບັນຊາກອງບັນຊາການ ປກສ ເມືອງນ້ຳບາກ ໄດ້ເຊື່ອມຊືມເອກະສານວະລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະນິຕິກຳ ທີ່ກ່ຽວຂ້ອງຢູ່ບັນດາບ້ານ ໃນທົ່ວເມືອງລວມມີ 86 ບ້ານສໍາເລັດ, ພ້ອມທັງແນະນຳການຈັດຕັ້ງບ້ານກວດກາເກັບກຳຂື້ນບັນຊີເປົ້າໝາຍຄ້າຂາຍ ແລະເສບຢາເສບຕິດ ມີທັງໝົດ 1.204 ຄົນ, ໃນນັ້ນ ມີເປົ້າໝາຍຄ້າຂາຍທັງໝົດ 442 ຄົນ, ຍີງ 37 ຄົນ, ເປົ້າໝາຍເສບ 762 ຄົນ, ຍີງ 20 ຄົນ, ມີຜູ້ຕື່ນຕົວເຂົ້າບໍາບັດຢາເສບຕິດດ້ວຍຕົນເອງຈໍານວນ 09 ຄົນ, ໄດ້ລົງທຳລາຍສວນຝິ່ນຢູ່ 03 ກຸ່ມສໍາເລັດ 70 ຕອນ ມີເນື້ອທີ່ປະມານ 43 ເຮັກຕາ, ໄດ້ລົງສ້າງບົດບັນທຶກກັບການຈັດຕັ້ງບ້ານ ແລະປະຊາຊົນ ທີ່ຢູ່ໃນກຸ່ມສ່ຽງລັກລອບປູກຝິ່ນ ຈຳນວນ 03 ກຸ່ມຄື: ກຸ່ມຊົ່ງຈ່າ, ກຸ່ມນ້ຳສັດ ແລະກຸ່ມເມືອງແຕ່ງ ມີຈຳນວນ 934 ຄອບຄົວ. ສາມາດມ້າງເປົ້າໝາຍທີ່ຄ້າຂາຍຢາເສບຕິດໄດ້ທັງໝົດ 49 ລາຍ, ກັກຜູ້ຖືກຫາໄດ້ 81 ຄົນ, ຍີງ 12 ຄົນ, ຍຶດຂອງກາງຢາເສບຕິດ ປະເພດຢາບ້າ ໄດ້ທັງໝົດ 09 ແພ້ກ, 02 ມັດ, ກັບ 4.694 ເມັດ.

ວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳເຫັນ ໃນການຈັດຕັ້ງປະຕິບັດວາລະແຫ່ຊາດໃນໄລຍະຜ່ານມາ ແລະວາງທິດທາງແຜນການໃນຕໍ່ໜ້າ. ຕອນທ້າຍ ທ່ານ ສົມຫວັງ ພອນຄໍາວົງສາ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ, ທັງໄດ້ເນັ້ນໃຫ້ສືບຕໍ່ລົງສຶກສາອົບຮົມຜູ້ປົກຄອງ ແລະປະຊາຊົນບັນດາເຜົ່າ ເຂົ້າໃຈແຕ່ລະບາດກ້າວ ໃນການເຄື່ອນໄຫວປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ, ພ້ອມທັງຈີງໃຈນຳເອົາຜູ້ຕິດຢາເສບຕິດ ທີ່ເປັນລູກຫຼານຂອງຕົນ ເຂົ້າມາບໍາບັດຢາເສບຕິດຕາມລະບຽບ, ສະເພາະເຈົ້າໜ້າທີ່ ຕ້ອງສືບຕໍ່ເກັບກຳ ແລະຂື້ນບັນຊີ ເປົ້າໝາຍທີ່ພົວພັນກັບຢາເສບຕິດ ໃຫ້ລະອຽດຊັດເຈນ ເພື່ອນຳເອົາມາດຳເນີນຄະດີ ຕາມລະບຽບກົດໝາຍ ແລະນຳເອົາຜູ້ຕິດຢາເສບຕິດ ເຂົ້າສູນບໍາບັດຢາເສບຕິດຂອງເມືອງ ໃຫ້ສຳເລັດຕາມແຜນການ.

ຂ່າວ:ເມືອງນ້ຳບາກ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...