spot_img
Homeຂ່າວຕ່າງປະເທດບໍລິສັດແອັບເປີ້ນກຽມຈ່າຍເງີນ ໃຫ້ລັດຖະບານມູນຄ່າປະມານ 314,640,000 ຕື້ກີບ

ບໍລິສັດແອັບເປີ້ນກຽມຈ່າຍເງີນ ໃຫ້ລັດຖະບານມູນຄ່າປະມານ 314,640,000 ຕື້ກີບ

Published on

ບໍລິສັດແອັບເປີ້ນກຽມຊໍາລະພາສີໃຫ້ແກ່ລັດຖະບານ ວໍຊິງຕັນ ເປັນເງີນ 38,000 ລ້ານໂດລາສະຫະລັດ ຫລື ປະມານ ສາມຮ້ອຍສິບສີ່ລ້ານຫົກແສນສີ່ສິບພັນຕື້ກີບ ແລະ ເພີ່ມການລົງທຶນໃນສະຫະລັດ ຫລັງສະພາຄອງເກດຜ່ານກົດຫມາຍປະຕິຮູບພາສີສະບັບໃຫມ່ທ້າຍປີທີ່ແລ້ວ.

ສຳນັກງານຕ່າງປະເທດລາຍງານຈາກນະຄອນຊານຟານຊິສໂກ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 17 ມັງກອນ 2018 ວ່າ ບໍລິສັດແອັບເປີ້ນໄດ້ຖະແຫລງການກ່ຽວກັບການກຽມຈ່າຍພາສີໃຫ້ແກ່ລັດຖະບານວໍຊິງຕັນ ໂດຍຈະເປັນການຊໍາລະທັງຫມົດໃນເທື່ອດຽວ ດ້ວຍການໂອນເງີນສົດອອກຈາກບັນຊີມູນຄ່າປະມານ 2,070,000,000 ຕື້ກີບ (250,000ລ້ານໂດລາສະຫະລັດ) ທີ່ບໍລິສັດແອັບເປີ້ນໄດ້ຝາກໄວ້ໃນທະນາຄານຕ່າງປະເທດ ແລະ ເພື່ອເປັນຂອງຂວັນ ແລະ ສ້າງແຮງບັນດານໃຈໃຫ້ແກ່ພະນັກງານ ບໍລິສັດແອັບເປີ້ນປະກາດການແຈກຮຸ້ນມູນຄ່າ 2,500 ໂດລາສະຫະລັດ ຫລືປະມານ 20,700,000ກີບ .

ການເຄື່ອນໄຫວດັ່ງກ່າວຂອງແອັບເປີ້ນເກີດຂື້ນຫລັງສະພາຄອງເກດໃນເມືອງ ວໍຊິງຕັນ ຜ່ານກົດຫມາຍປະຕິຮູບພາສີຄັ້ງໃຫຍ່ທີ່ສຸດໃນຮອບ 3 ທົດສະຫວັດຂອງສະຫະລັດ ເມື່ອເດືອນ ທັນວາ ປີທີ່ແລ້ວ ທີ່ຈະເປັນການປັບລົດອັດຕາການເສຍພາສີເງີນນິຕິບຸກຄົນລົງເຫລືອ 21% ຈາກເດີມແມ່ນ 35% ແລະ ນອກເຫນືອຈາກການຊໍາລະພາສີໃຫ້ແກ່ລັດຖະບານກາງສະຫະລັດ ໃນຈຳນວນຫລາຍທີ່ສຸດ ໃນປະຫວັດຕິສາດຂອງແອັບເປີ້ນ ບໍລິສັດທີ່ໃຊ້ໂອກາດນີ້ເຜີຍແຜນຍຸດທະສາດການລົງທຶນໃນສະຫະລັດຄອບຄຸມໃນໄລຍະເວລາ 5 ປີນັບຈາກນີ້. ຈະໃຊ້ງົບປະມານໃນເບື້ອງຕົ້ນ 30,000 ລ້ານໂດລາສະຫະລັດ ທີ່ລວມໄປເຖີງການກໍ່ສ້າງສຳນັກງານ ແລະ ໂຮງງານແຫ່ງໃຫມ່ ຄາດວ່າຈະຊ່ວຍຈ້າງແຮງງານໃນສະຫະລັດໄດ້ອີກປະມານ 20,000 ອັດຕາ.

ທາງດ້ານປະທານາທິບໍດີ ໂດນັລ ທຣໍ້າ ໄດ້ສະແດງຄວາມຄິດເຫັນຜ່ານສື່ອອນລາຍ ທະວີດເຕີ ຕອບຮັບນະໂຍບາຍຂອງແອັບເປີ້ນ ວ່າເປັນ ເປົ້າຫມາຍອັນຍິ່ງໃຫຍ່ ຂອງແຮງງານໃນສະຫະລັດ, ປະຈຸບັນບໍລິສັດແອັບເປີ້ນມີພະນັກງານປະມານ 84,000 ຄົນ ສະເພາະໃນສະຫະລັດ ແລະ ສຳນັກງານໃຫຍ່ທີ່ຕັ້ງຢູ່ເມືອງຄູເປີຕິໂນ້, ລັດແຄລິໂຟເນຍ.

ແຫລ່ງຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...