spot_img
Homeຂ່າວທ້ອງຖິ່ນແຂວງສະຫວັນນະເຂດ ຮັບຮອງເອົາ 6 ບ້ານ ເປັນບ້ານວັດທະນະທຳສົມບູນ

ແຂວງສະຫວັນນະເຂດ ຮັບຮອງເອົາ 6 ບ້ານ ເປັນບ້ານວັດທະນະທຳສົມບູນ

Published on

ແຂວງສະຫວັນນະເຂດ ຮັບຮອງເອົາ 6 ບ້ານ ເປັນບ້ານວັດທະນະທຳສົມບູນ

ກຸ່ມບ້ານດົງທ່າເມືອງອຸທຸມພອນ ໄດ້ເປັນບ້ານວັດທະນະທຳສົມບູນ ແຂວງສະຫວັນນະເຂດ ຮັບຮອງເອົາ 6 ບ້ານຄື: ໂນນປ່າໄລ່, ດົງທ່າ, ດົງໃນ, ດົງຂວາງ, ໜອງແປນ, ນາຄຳ ທີ່ຂຶ້ນກັບກຸ່ມບ້ານດົງທ່າ ເມືອງອຸທຸມພອນ ເປັນບ້ານວັດທະນະທຳສົມບູນ
ເຊິ່ງໄດ້ຈັດມີພິທີປະກາດ 6 ບ້ານດັ່ງກ່າວ ເປັນບ້ານວັດທະນະທຳຂຶ້ນຢ່າງເປັນທາງການ ໃນວັນທີ 21 ພຶດສະພາ 2014ນີ້ ທີ່ວັດບ້ານໂນນປ່າໄລ່, ເຂົ້າຮ່ວມເປັນກຽດໃນພິທີຄັ້ງນີ້ມີທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໆອຸທຸມພອນ, ທ່ານ ສົມຈັນ ຈວງໃບຄຳ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຫ້ອງການກ່ຽວຂ້ອງ, ອຳນາດການປົກ ຄອງ ແລະ ປະຊາຊົນກຸ່ມບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ກຸ່ມບ້ານດົງທ່າ ຕັ້ງຫ່າງຈາກເທສະບານເມືອງອຸທຸມພອນ ໄປທາງທິດເໜືອຕາມສາຍທາງເລກ 10 ປະ ມານ 38 ກິໂລແມັດ, ເປັນຊົນເຜົ່າຜູ້ໄທ, ລວມມີ 818 ຄົວເຮືອນ, ມີ 1.012 ຄອບຄົວ, ມີຈຳນວນພົນລະເມືອງທັງໝົດ 5.210 ຄົນ, ມີເນື້ອທີ່ບ້ານ 5.183 ກວ່າເຮັກຕາ, ທັງ 6 ບ້ານມີລະບົບການຈັດຕັ້ງຄົບຊຸດໜາແໜ້ນພໍສົມ ຄວນ, ໃຕ້ການຊີ້ນຳຂອງຄະນະພັກຮາກຖານກຸ່ມດົງທ່າ, ມີ 3 ໜ່ວຍພັກນຳພາ, ມີສະມາຊິກພັກ 25 ສະຫາຍ, ປະ ຈຸບັນກຳລັງກໍ່ສ້າງເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ກຸ່ມບ້ານລວມມີເນື້ອທີ່ການຜະລິດເຂົ້ານາປີທັງໝົດ 1.364 ເຮັກຕາ, ສະມັດຕະພາບການຜະລິດ 2,8 ໂຕນ/ເຮັກຕາ, ສະເລ່ຍ 733 ກິໂລ/ຄົນ/ປີ, ໂດຍລາຍຮັບສ່ວນໃຫຍ່ຂອງປະຊາຊົນແມ່ນໄດ້ມາຈາກການຂາຍເຂົ້າ ແລະ ຂາຍສັດລ້ຽງ ນອກນັ້ນ ຍັງມາຈາກການຫັດຖະກຳ ແລະ ບໍລິການອີກຈຳນວນໜຶ່ງ. ກຸ່ມບ້ານດົງທ່າ ປະກອບມີໂຮງຮຽນອະນຸບານ 1 ແຫ່ງ, ປະຖົມ 6 ແຫ່ງ, ມັດທະຍົມ 1 ແຫ່ງ, ມີຄູ 34 ຄົນ, ນັກຮຽນ 1.181 ຄົນ ໃນນີ້ ເດັກໃນເກນອາຍຸເຂົ້າຮຽນ ແລະ ຜູ້ໃຫຍ່ 15-45 ປີ ຮູ້ໜັງສືກວມເອົາ100%, ມີສຸກສາລາ 1 ແຫ່ງ, ມີຖົງຢາປະຈຳບ້ານ 3 ຖົງ, ມີ ອສບ/ແພດຈຳນວນ 10 ຄົນ, ເຊິ່ງມາຮອດ ປະຈຸບັນນີ້, ມີຄອບຄົວທີ່ຜ່ານຕາມ 5 ມາດຖານຂອງຄົວບ້ານວັດທະນະທຳ ແລະ ໄດ້ຖືກຮັບຮອງເປັນຄອບຄົວວັດ ທະນະທຳແລ້ວ 714 ຄອບຄົວ, ເທົ່າກັບ 87% ຂອງຄອບຄົວທັງໝົດ. 


ໂອກາດນີ້, ໃນພິທີຍັງໄດ້ມີການມອບ-ຮັບໃບຢັ້ງຢືນແມ່ຍິງ 3 ດີ ແລະ ໜ່ວຍແບບຢ່າງຊາວໜຸ່ມ 4 ບຸກແກ່ 6 ບ້ານຕື່ມອີກ. ຈາກນັ້ນ, ໃນຕອນທ້າຍຂອງພິທີທ່ານເຈົ້າເມືອງໆອຸທຸມພອນ ພ້ອມດ້ວຍບັນດາແຂກທີ່ມີກຽດພາຍ ໃນງານ ກໍໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນ ແລະ ເປັນສັນຍາລັກແຫ່ງການປະກາດກຸ່ມ ບ້ານດົງທ່າເປັນບ້ານວັດທະນະທຳຢ່າງສົມບູນ.

ທີ່ມາ www.facebook.com/Savanhphuttana-News/

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...