spot_img
Home​ຂ່າວທ່ອງທ່ຽວບຸນ​ຊ້າງ​ໄຊ​ຍະບູລີ​ ຈະ​ຈັດ​ຂື້ນ​ 15–21 ກຸມພາ​ນີ້ ຄາດມີນັກທ່ອງທ່ຽວເຂົ້າຊົມ ບໍ່ຕ່ຳກ່ວາ 2 ແສນຄົນ!

ບຸນ​ຊ້າງ​ໄຊ​ຍະບູລີ​ ຈະ​ຈັດ​ຂື້ນ​ 15–21 ກຸມພາ​ນີ້ ຄາດມີນັກທ່ອງທ່ຽວເຂົ້າຊົມ ບໍ່ຕ່ຳກ່ວາ 2 ແສນຄົນ!

Published on

ຮອງ​ຫົວໜ້າ​ພະ​ແນ​ກຖະ​ແຫຼງຂ່າວ​ ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ແຂວງ​ໄຊ​ຍະ​ບູລີ​ໃຫ້​ຮູ້​ວ່າ: ປັດຈຸບັນ​ການ​ກະກຽມ​ມະຫາ​ກຳ​ບຸນ​ຊ້າງ​ແຂວງ​ຂອງ​ຕົນ ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ສຳ​ເລັດ​ແລ້ວ, ​ໂດຍ​ສະ​ເພາະ​ແມ່ນການ​ກະກຽມ​​ທີ່​ພັກ​ໂຮງ​ແຮມ, ຮ້ານ​ອາການ ​ແລະ ສະຖາ​ນທີ່ຈັດ​ງານ​ບຸນ ​ແລະ ກິດຈະກຳ​ຕ່າງໆ​ໆ. ຄາດ​ວ່າ​ບຸນ​ຊ້າງ​ປີ​ນີ້​ຈະ​ມີ​ທັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມບໍ່​ຕ່ຳ​ກວ່າ 2 ​ແສນ​ຄົນ, ສ່ວນປີຜ່ານມາ​ ມີ​ຜູ້ເຂົ້າ​ມາທ່ຽວ​ຊົມ​ບຸນ​ດັ່ງກ່າວ​ຫຼາຍ​ກວ່າ 150.000 ຄົນ.

ຮອງ​ຫົວ​ພະ​ແນ​ກດັ່ງກ່າວ​ໃຫ້​ຮູ້​ອີກ​ວ່າ:​ ບຸນ​ຊ້າງ​ປີ​ນີ້​ຈະ​ເລີ່​ມຄົບງັນ ​​ເລີ່​ມ​ແຕ່​ວັນ​ທີ 15 – 21 ກຸມພາ​ນີ້, ຊຶ່ງ​ຈະ​ມີການສະ​ແດງ​ຊ້າງ​ຄຳຮູ້, ການ​ປະ​ກວດ​ຊ້າງ​ງາມ, ການ​ບາສີສູ່​ຂວັນຊ້າງ ​ແລະ ອື່ນໆ, ​ໂດຍ​ຈະ​ມີ​ຊ້າງ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 60 ​ເຊືືອກ, ທັງ​ນີ້​ກໍ​ເພື່ອສົ່ງ​ເສີມ​ການ​ອານຸລັກ​ຮັກສາ​ຊ້າງ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ​ອີກ​ດ້ວຍ ບຸນຊ້າງ​ໄຊ​ຍະ​ບູລີ​ມີ​ໜໍ່​ແໜງ ​ແລະ ກຳ​ເນີ​ດຂຶ້ນ​ມາ​ແຕ່​​ເຫີ​ງນານ ​ໂດຍ​ປະຕິບັດ​ຕາມ​ຄວາມ​ເຊື່ອ ​ໃນ​ຮີດຄອງ​ປະ​ເພນີ​ທີ່​ປະຊາຊົນ​ລາວ​ ໄດ້​ໃຊ້​ຊີວິດ​ຕິດ​ພັນ​ກັບ​ຊ້າງ​ຕະຫຼອດ​ມາ, ​ໂດຍ​ເຂົາ​ເຈົ້າ​ຖື​ວ່າ​ ຊ້າງ​ເປັນ​ໜຶ່ງ​ໃນ​ສະມາຊິກ​ຄອບຄົວ, ​ເຈົ້າ​ຂອງ​ເຮືອນ ​ແລະ ​ເຈົ້າ​ວົງ​ຕະກຸນ​ທີ່​ມີ​ຊ້າງ ​ໄດ້​ພ້ອມ​ພາກັນ​ເຮັດ​ບຸນ​ຊ້າງ, ສຳ​ມາ​ຄາລະວະ​ຕໍ່​ຊ້າງ​ ຄື​ຜູ້​ທີ່​ມີ​ບຸນຄຸນ​ຕໍ່​​ເຂົາ​ເຈົ້າ, ຊຶ່ງ​ຮີດຄອງ​ດັ່ງກ່າວ ​ໄດ້​ສືບ​ທອດ​ກັນ​ມາ​ຫຼາຍ​ເຊັນ​ຄົນ​ຈົນ​ເຖິງ​ປັດຈຸບັນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...