spot_img
Homeຂ່າວທ້ອງຖິ່ນບຸນຊ້າງໄຊຍະບູລີປີນີ້ ມີຊ້າງເຂົ້າຮ່ວມທັງໝົດ 68 ເຊືອກ

ບຸນຊ້າງໄຊຍະບູລີປີນີ້ ມີຊ້າງເຂົ້າຮ່ວມທັງໝົດ 68 ເຊືອກ

Published on

ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີໃຫ້ຮູ້ວ່າ: ປັດຈຸບັນການກະກຽມມະຫາກຳບຸນຊ້າງແມ່ນມີຄວາມພ້ອມແລ້ວ 100% , ໂດຍສະເພາະແມ່ນດ້ານທີ່ພັກໂຮງແຮມ, ຮ້ານອາຫານ, ສະຖານທີ່ຈັດງານບຸນ ແລະ ກິດຈະກຳຕ່າງໆໆ. ຄາດວ່າບຸນປີນີ້ຈະມີທັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບໍ່ຕ່ຳກວ່າ  2-3  ແສນຄົນ.

ຮອງຫົວພະແນກດັ່ງກ່າວໃຫ້ຮູ້ວ່າ: ບຸນຊ້າງປີນີ້ຈະເລີ່ມຄົບງັນແຕ່ວັນທີ 13 ກຸມພາເປັນຕົ້ນໄປ ຈົນຮອດວັນທີ 19 ກຸມພາ 2017 ພິເສດປີນີ້ຈະມີການສະແດງຂອງຊ້າງເພີ່ມຫຼາຍຂຶ້ນ, ເປັນຕົ້ນແມ່ນຊ້າງຄຳຮູ້, ການປະກວດຊ້າງງາມ, ການບາສີສູ່ຂວັນຊ້າງ ແລະ ອື່ນໆ, ໂດຍຈະມີຊ້າງເຂົ້າຮ່ວມທັງໝົດ 68  ເຊືອກ, ທັງນີ້ກໍເພື່ອສົ່ງເສີມການອານຸລັກຮັກສາຊ້າງ ແລະ ສົ່ງເສີມການທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ; ເຊິ່ງບຸນຊ້າງໄຊຍະບູລີໄດ້ມີມາແຕ່ເຫີງນານໂດຍປະຕິບັດຕາມຄວາມເຊື້ອໃນຮີດ ຄອງປະເພນີທີ່ປະຊາຊົນລາວໄດ້ໃຊ້ຊີວິດຕິດພັນກັບຊ້າງຕະຫຼອດມາ, ໂດຍເຂົາເຈົ້າຖືວ່າຊ້າງເປັນໜຶ່ງໃນສະມາຊິກຄອບຄົວ, ເຈົ້າຂອງເຮືອນ ແລະ ເຈົ້າວົງຕະກຸນທີ່ມີຊ້າງໄດ້ພ້ອມພາກັນເຮັດບຸນຊ້າງ, ສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ເຂົາເຈົ້າ, ຊຶ່ງຮີດຄອງດັ່ງກ່າວໄດ້ສືບທອດກັນມາຫຼາຍເຊັນຄົນຈົນເຖິງປັດຈຸບັນ.

ຂ່າວ:​ ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...