spot_img
Homeຂ່າວຕ່າງປະເທດນ້ຳຖ້ວມ-ດິນຖະລົ່ມ ໃນບຣາຊິນເຮັດໃຫ້ມີຄົນເສຍຊີວິດເພີ່ມເປັນ 113 ຄົນ

ນ້ຳຖ້ວມ-ດິນຖະລົ່ມ ໃນບຣາຊິນເຮັດໃຫ້ມີຄົນເສຍຊີວິດເພີ່ມເປັນ 113 ຄົນ

Published on

ເຈົ້າໜ້າທີ່ ກູ້ໄພ ບຣາຊິລ ເລັ່ງຊອກຫາຮ່າງຜູ້ເສຍຊີວິດ ແລະ ຜູ້ຫາຍສາບສູນ ຈາກເຫດ ການນ້ຳຖ້ວມ-ດິນຖະລົ່ມ ທີ່ເມືອງເປໂທໂພລິສ ຊຶ່ງເປັນພຶ້ນທີ່ຜູ້ເຂົາ ທີ່ຕັ້ງຢູ່ທາງຕອນເໜືອ ຂອງນະຄອນ ຣີໂອ ເດຈາເນໂຣ ຂອງ ບຣາຊິລ ຫລັງເກີດຝົນຕົກໜັກທີ່ສຸດໃນຮອບ 90 ປີ.

ຫຼ້າສຸດ ຍອດຜູ້ເສຍຊີວິດເພີ່ມຂຶ້ນຢ່າງນ້ອຍ 113 ຄົນ ແລະ ຜູ້ສູນຫາຍ 134 ຄົນ ໂດຍການຄົ້ນຫາເປັນໄປຢ່າງຍາກລຳບາກ ເນື່ອງຈາກເຕັມໄປດ້ວຍຂີ້ຕົ່ມ ແລະ ເສດຊາກສິ່ງຂອງທີ່ເປເພ ທາງເຈົ້າໜ້າທີ່ຕ້ອງນຳລົດ, ເຮລິຄັອບເຕີ ແລະ ໝາດົມກິ່ນຕາມຫາຜູ້ປະສົບໄພ.

ຂະນະທີ່ຜູ້ທີ່ໄດ້ຮັບຜົນກະທົບຫຼາຍກວ່າ 400 ຄົນ ບໍ່ມີບ່ອນຢູ່ຕ້ອງໄດ້ຢູ່ຕາມສູນພັກພິງຊົ່ວຄາວ ຕາມໂຮງຮຽນຕ່າງໆ ດ້ານເຈົ້າໜ້າທີ່ປະກາດຂໍຮັບບໍລິຈາກທີ່ນອນ ອາຫານ, ນ້ຳ, ເສື້ອຜ້າ ແລະ ໜ້າກາກອະນາໄມ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ໄດ້ຮັບຜົນກະທົບ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...