spot_img
Homeຂ່າວພາຍ​ໃນນາຍົກລາວ-ກຳປູເຈຍພົບປະກັນ ຢືນຢັນສາຍພົວພັນແໜ້ນແຟ້ນ

ນາຍົກລາວ-ກຳປູເຈຍພົບປະກັນ ຢືນຢັນສາຍພົວພັນແໜ້ນແຟ້ນ

Published on

ໃນວັນທີ 11 ມັງກອນ 2018, ທີ່ ນະຄອນຫລວງພະນົມເປັນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະກັບ ທ່ານ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ, ໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ພາຍໃຕ້ຫົວຂໍ້ “ແມ່ນ້ຳເແຫ່ງສັນຕີພາບ ແລະ ການພັດທະນາແບບຍືນຍົງຂອງພວກເຮົາ” (Our River of Peace and Sustainable Development).

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ກຳປູເຈຍ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍ ໃນປີ 2017 ທີ່ຜ່ານມາ, ຊຶ່ງທັງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົບປະປຶກສາຫາລືກັນ ຢ່າງເປັນປົກກະຕິ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ທົບທວນຄືນ ກ່ຽວກັບ ວຽກງານໃນດ້ານຕ່າງໆເຊັ່ນ: ວຽກງານກົງສຸນ, ພະລັງງານໄຟຟ້າ, ເສດຖະກິດການຄ້າ, ການທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ໄດ້ພົບກັບ ທ່ານ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ, ຊຶ່ງເປັນປະທານຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ທີ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ໃຫ້ຄວາມສະດວກຕໍ່ການເຂົ້າຮ່ວມປະຊຸມຂອງທ່ານ ແລະ ຄະນະ ໃນຄັ້ງນີ້.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມອັນສໍາຄັນໃນຄັ້ງນີ້ຂອງກໍາປູເຈຍ, ໂດຍທ່ານ ໄດ້ຕາງໜ້າໃຫ້ແກ່ ສປປ ລາວ ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ 6 ປະເທດ ສະມາຊິກ ກໍຄື ປະເທດກໍາປູເຈຍ ທີ່ເປັນເຈົ້າພາບກອງປະຊຸມໃນຄັ້ງນີ້ ມອບຕຳແໜ່ງປະທານຮ່ວມກອງປະຊຸມໃຫ້ ສປປ ລາວ ເປັນເຈົ້າພາບກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຄັ້ງຕໍ່ໄປ ກໍຄື ຄັ້ງທີ 3, ຊຶ່ງ ສປປ ລາວ ຈະນໍາເອົາຜົນຂອງກອງປະຊຸມຄັ້ງນີ້ ສືບຕໍ່ຜັນຂະຫຍາຍການຮ່ວມມືໃນອານຸພາກພື້ນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ເກີດຜົນສໍາເລັດ ແລະ ສືບຕໍ່ແຜນຮ່ວມມືຂອງກອງປະຊຸມຄັ້ງຕໍ່ໆໄປ.

ໃນໂອກາດນີ້, ທ່ານ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ທີ່ ນະຄອນຫລວງພະນົມເປັນ, ລາຊະອານາຈັກກຳປູເຈຍ ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ຊຶ່ງຖືເປັນກຽດ ແລະ ກໍເປັນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...