spot_img
Homeຂ່າວເຫດການນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ

Published on

PM+thongsing+visit+vietnam

ຄະນະຜູ້ແທນຂັ້ນສູງແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ທຳການຢ້ຽມຢາມ ສສ ຫວຽດ ນາມ ລະຫວ່າງວັນທີ 13-18 ກໍລະກົດ 2015 ນີ້ ຕາມຄຳເຊີນ ຂອງທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ຫງວຽນ ເຕີນ ດຸງ.

ໃນໄລຍະການຢ້ຽມຢາມນະຄອນດານັງ ທ່ານ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນຈາກຮອງນາຍົກລັດຖະມົນຕີຫວຽດ ນາມ ຫງວຽນ ຊວນ ຟຸກ, ແລະໄດ້ ຮັບຟັງການລາຍງານຜົນ ສຳເລັດ ໃນການພັດ ທະນາເສດຖະກິດ-ສັງຄົມ ນະຄອນດານັງ, ຜົນສຳເລັດໃນວຽກງານການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສະ ພາບການຮ່ວມມືລະຫວ່າງນະຄອນດານັງ ແລະ ບັນດາແຂວງຂອງລາວ, ໂດຍທ່ານ ເຈືອງເທາະ ເລຂາພັກນະຄອນດານັງ.

ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ທອງສີງ ທຳມະ ວົງ ໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການພັດທະນາເສດ ຖະກິດ-ສັງຄົມຂອງນະຄອນດານັງ ໃນໄລຍະ 40 ປີ, ກ່ອນການປົດປ່ອຍເຖິງປັດ ຈຸບັນ, ເປັນຕົ້ນແມ່ນຜົນສຳເລັດໃນ ດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວເຊິ່ງເຮັດໃຫ້ຫລາຍຕົວເມືອງໄດ້ກາຍເປັນເມືອງທີ່ທັນ ສະໄໝ ແລະ ຫວັງວ່ານະຄອນດາ ນັງ ຈະສືບຕໍ່ມູນເຊື້ອ ແລະ ການ ຮ່ວມມືກັບ ສປປ ລາວ ອີກຕໍ່ໄປ. ຫລັງຈາກຢ້ຽມຢາມນະຄອນຫຼວງດານັງ, ທ່ານ ທອງສິງ ທຳມະວົງ ໄດ້ສືບຕໍ່ຢ້ຽມຢາມບັນດາແຂວງ ຕ່າງໆຂອງຫວຽດນາມ ເຊັ່ນ: ແຂວງກວາງນາມ, ກວາງຈິ, ກວາງບິງ, ດຽນ ບຽນ, ແລະ ແຂວງເຊີນລາ ຢູ່ທາງພາກກາງ ແລະ ພາກເໜືອຂອງຫວຽດ ນາມ ແລະ ຈະດຳເນີນການຢ້ຽມຢາມ ນະຄອນຫລວງຮ່າໂນ້ຍໃນວັນທີ 17-18 ກໍລະກົດ, ພ້ອມຈະໄດ້ປະ ກັບຜູ້ນຳພັກ- ລັດຂັ້ນສູງຫວຽດ ນາມອີກດ້ວຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...