spot_img
Homeຂ່າວຕ່າງປະເທດນາຍົກ ກຳປູເຈຍ ຢືນຢັນລູກຊາຍ 3 ຄົນມີຄຸນສົມບັດດີພ້ອມ

ນາຍົກ ກຳປູເຈຍ ຢືນຢັນລູກຊາຍ 3 ຄົນມີຄຸນສົມບັດດີພ້ອມ

Published on

ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ, ຮຸນ ເຊນ ກ່າວໃນກໍລະນີທີ່ໄດ້ແຕ່ງຕັ້ງລູກຊາຍ 3 ຄົນ ດຳລົງຕຳແໜ່ງຂັ້ນສູງໃນກອງທັບ ໃນວັນທີ 8 ພະຈິກ 2018, ໂດຍອ້າງວ່າ: “ລູກຊາຍຂອງຕົນລ້ວນແຕ່ມີຄຸນສົມບັດດີພ້ອມ  ແລະ ການສຶກສາສູງ ຈົບລະດັບປະລິຍາໂທ ຫຼື ເອກຈາກຕ່າງປະເທດ ຈຶຶ່ງເໝາະສົມກັບຕຳແໜ່ງ”.  ແຕ່ຖືກຝ່າຍຄ້ານ ແລະ ສື່ໂຈມຕີວົງຕະກູນນີ້ຕ້ອງການຮວບອຳນາດ” ຫຼັງຈາກ, ພັກ-ລັດຖະບານຊະນະເລືອກຕັ້ງໄດ້ ສ.ສ ທັງໝົດ 125 ບ່ອນນັ່ງໃນສະພາ ເພາະຝ່າຍຄ້ານຖືກຍຸບໄປ.

ພົທ ຮຸນ ມາເນຕ, ລູກຊາຍຜູ້ທຳອິດ ຂອງສົມເດັດ ຮຸນ ເຊນ, ອາຍຸ 41 ປີ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານຄະນະເສນາທິການທະຫານ ກຳປູເຈຍ ແລະ ຜູ້ບັນຊາການກອງທັບທາງບົກ ໃນເດືອນ ກັນຍາ ຈົບການສຶກສາຈາກໂຮງຮຽນນາຍຮ້ອຍເວີສພອຍຂອງອາເມລິກາ; ລູກຊາຍຄົນທີ່ສອງ ພ.ອ ພິເສດ ຮຸນ ມານິຕ, ອາຍຸ 37 ປີ ດຳລົງຕຳແໜ່ງ ຜູ້ບັນຊາການສຳນັກຂ່າວກອງທະຫານ.

ສຳລັບລູກຊາຍຜູ້ສຸດທ້າຍ ຮຸນ ມານີ, ດຳລົງຕຳແໜ່ງສະມາຊິກສະພາຜູ້ແທນລັດຖະບານປະຈຳແຂວງ ກຳປົງສປື ພາກກາງຂອງປະເທດ ແລະ ແນ່ນອນວ່າສັງກັດພັກປະຊາຊົນ ກຳປູເຈຍ (CPP) ຂອງພໍ່ ເຊິ່ງກວດທີ່ນັ່ງທັງ 125 ບ່ອນໃນສະພາຜູ້ແທນລັດຖະບານ ຈາກການເລືອກຕັ້ງໃນທ້າຍເດືອນ ກໍລະກົດ ຜ່ານມາ ນອກຈາກນີ້ ຮຸນ ມານີ ຍັງເປັນເບີ່ງແຍງກິດຈະການຂອງສະຫະພັນເຍົາວະຊົນແຫ່ງຊາດ ເຊິ່ງເປັນອົງການທີ່ເປັນພັນທະມິດກັບພັກ (CPP) ອີກດ້ວຍ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th, thairath.co.th

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...