spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດ ການາດາ ຄົ້ນພົບວັກຊີນຮັກສາໂຣກ HIV ກຽມທົດສອບກັບຄົນບໍ່ມີເຊື້ອ HIV ໃນທ້າຍປີນີ້

ນັກວິທະຍາສາດ ການາດາ ຄົ້ນພົບວັກຊີນຮັກສາໂຣກ HIV ກຽມທົດສອບກັບຄົນບໍ່ມີເຊື້ອ HIV ໃນທ້າຍປີນີ້

Published on

ເມື່ອວັນທີ 15 ທັນວາ 2016 ປີທີ່ຜ່ານມາ ສຳນັກຂ່າວຣັດເຊຍທູເດຍ໌ ລາຍງານວ່າ ນັກວິທະຍາສາດຈາກມະຫາວິໄລ ເວສເທຣິນ ອອນຕາຣິໂອ ປະເທດ ການາດາ ໄດ້ເຮັດການຄິດຄົ້ນວັກຊີນ HIV-001 (SAV001) ເຊິ່ງມີເປົ້າໝາຍເພື່ອໃຊ້ໃນການຮັກສາຜູ້ປ່ວຍທີ່ຕິດເຊື້ອ (HIV- Human Immunodeficiency Virus) ໂດຍໄດ້ທຳການທົດລອງສັກວັກຊີນດັ່ງກ່າວກັບຜູ້ຕິດເຊື້ອທັງໝົດ 33 ຄົນ ພົບວ່າຮ່າງກາຍຂອງຜູ້ປ່ວຍມີປະຕິກິລິຍາໃນການຕອບສະໜອງກັບວັກຊີນໃນທາງທີ່ດີ ສາມາດສ້າງພູມຄຸ້ມກັນໄດ້ ເຮັດໃຫ້ການທົດລອງຂັ້ນທຳອິດຜ່ານໄປໄດ້ດ້ວຍດີ

ທັງນີ້ການທົດສອບກັບຜູ້ຕິດເຊື້ອ 33 ຄົນ ຍັງເປັນພຽງການທົດສອບຂັ້ນທຳອິດ ເຊິ່ງນັບຈາກນີ້ນັກວິທະຍາສາດຕ້ອງລໍຖ້າກັບຜົນການທົດສອບໃນຄັ້ງຕໍ່ໄປ ໃນການທົດສອບກັບອາສາສະໝັກຜູ້ທີ່ບໍ່ໄດ້ຕິດເຊື້ອ HIV ຈາກທົ່ວທະວີບອາເມລິກາເໜືອ ຈຳນວນ 600 ຄົນ ໂດຍເຄິ່ງໜຶ່ງຂອງອາສາສະໝັກ 600 ຄົນນີ້ ຈະຄັດເລືອກຈາກກຸ່ມຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອສູງທີ່ສຸດ ເຊັ່ນ: ກຸ່ມທີ່ເຮັດອາຊີບຂາຍບໍລິການທາງເພດ,​ ຜູ້ທີ່ໃຊ້ສິ່ງເສບຕິດຜ່ານເຂັມສັກຢາ, ກຸ່ມຮັກຮ່ວມເພດ ເຊິ່ງການທົດສອບດັ່ງກ່າວຈະເລີ່ມຕົ້ນຂຶ້ນໃນເດືອນກັນຍາ 2017

ຖ້າຜົນການທົດສອບການປ້ອງກັນການຕິດເຊື້ອໃນອາສາສະໝັກ 600 ຄົນ ປະສົບຜົນສຳເລັດ ແຜນເປົ້າໝາຍຕໍ່ໄປຄືການທົດສອບຂັ້ນສຸດທ້າຍ ກັບອາສາສະໝັກອີກ 6,000 ຄົນຈາກທົ່ວໂລກ, ທ່ານ ຄັງຊິລຢົງ ຫົວໜ້າທີມວິໄຈວັກຊີນເອສໄອວີ-001 ກ່າວວ່າ “ຖ້າວັກຊີນປະສົບຜົນສຳເລັດໃນການທົດສອບທຸກຂະບວນການ ໄດ້ຜົນຕາມທີ່ຄາດໄວ້ມັນຈະເປັນແສງແຫ່ງຄວາມຫວັງໃນການຢຸດຢັ້ງການລະບາດຂອງເຊື້ອ ເອສໄອວີໃນອານາຄົດໄດ້ ເຊິ່ງນັບເປັນຜົນງານທີ່ຍິ່ງໃຫຍ່ຂອງມະນຸດ”

 

ແຫລ່ງຂ່າວ http://health.kapook.com/view162660.html
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...