spot_img
Homeຂ່າວພາຍ​ໃນນັກກີລາເພາະກາຍລາວຍາດໄດ້ 1 ຫຼຽນທອງໃນການແຂ່ງຂັນເພາະກາຍຊິງແຊ້ມໂລກ ຄັ້ງທີ 10

ນັກກີລາເພາະກາຍລາວຍາດໄດ້ 1 ຫຼຽນທອງໃນການແຂ່ງຂັນເພາະກາຍຊິງແຊ້ມໂລກ ຄັ້ງທີ 10

Published on

ການແຂ່ງຂັນເພາະກາຍຊິງແຊ້ມໂລກ ຄັ້ງທີ 10 ຈັດຂຶ້ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ໃນລະຫວ່າງວັນທີ 11-17 ທັນວາ 2018 ມີນັກກີລາເຂົ້າຮ່ວມການແຂ່ງຂັນທັງໝົດ 600 ຄົນ ຈາກ 51 ປະເທດ, ມີປະເພດການແຂ່ງຂັນທັງຫມົດ 51 ລຸ້ນ, ຊິງຫລຽນຄໍາ 51 ຫຼຽນ ,ຫຼຽນເງິນ 51 ຫຼຽນ ແລະ ຫຼຽນທອງ 51 ຫຼຽນ.

ປີນີ້ ສະຫະພັນກິລາເພາະກາຍແຫ່ງຊາດລາວ ໄດ້ສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນ 4 ຄົນ ຊາຍ 3 ຄົນ ຍິງ 1 ຄົນ ເຊິ່ງປະກອບມີ: ທ້າວ ສັນຕິສຸກ ດວງແກ້ວມະນີ, ທ້າວ ພຸດສະຫວັນ ສີຊົມພູ, ທ້າວ ທະວີສັກ ຊື່ນນະພາ ແລະ ນາງ ພອຍໄພລິນ ພັນທະລີ ເຊິ່ງໄດ້ລົງແຂ່ງຂັນທັງຫມົດ 5 ລຸ້ນ.

ການແຂ່ງຂັນໄດ້ປິດລົງຢ່າງເປັນທາງການໃນວັນທີ 16 ທັນວາ 2018 ທີ່ຜ່ານມາ ຖືໄດ້ວ່ານັກກີລາເພາະກາຍທີມຊາດລາວ ປະສົບຜົນສໍາເລັດເກີນຄາດ ສ້າງປະຫວັດສາດໃຫ້ວົງການເພາະກາຍແຫ່ງຊາດລາວ ໂດຍນາງ ພອຍໄພລິນ ພັນທະລີ ນັກກິລາຍິງ women’s model physique ຄວາມສູງ 160 cm ໄດ້ຫລຽນທອງ ເຊິ່ງເປັນຫຼຽນປະຫວັດສາດພ້ອມກັນນີ້ຍັງໄດ້ເປັນອັນດັບທີ 6 ຂອງໂລກໃນລຸ້ນ world women’s lady model physique ຈໍາກັດອາຍຸ 30-40 ປີ, ສ່ວນຜົນງານຂອງນັກກີລາຊາຍທັງ 3 ຄື: ທ້າວ ສັນຕິສຸກ ດວງແກ້ວມະນີ ນັກກິລາຊາຍ men’s sport physique ຄວາມສູງ 175 cm ໄດ້ອັນດັບທີ 4 ຂອງໂລກ; ທ້າວ ພຸດສະຫວັນ ສີຊົມພູ ນັກກິລາເພາະກາຍເຍົາວະຊົນ men’s bodybuilding ນໍ້າຫນັກ 75 kg ໄດ້ອັບດັບ 6 ຂອງໂລກ; ທ້າວ ທະວີສັກ ຊື່ນນະພາ ນັກກິລາເພາະກາຍລຸ້ນອາວຸໂສ men’s master bodybuilding 40-49 years ນໍ້າຫນັກ 80 kg ບໍ່ຜ່ານຮອບຄັດເລືອກ.

https://www.facebook.com/laobodybuilding/videos/1704497789577449/

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...