spot_img
Homeຂ່າວກິລານັກກິລາລາວ ຄວ້າ 4 ຫຼຽນຄຳ

ນັກກິລາລາວ ຄວ້າ 4 ຫຼຽນຄຳ

Published on

ທັບນັກກິລາຈູຈິດຊູລາວ ແຈ້ງເກີດສ້າງຜົນງານໂດດເດັ່ນຄວ້າ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ໃນການແຂ່ງຂັນ ຈູຈິດຊູ ລົບບູຣີ ໂອເພັນ 2024 ຫຼື ລາຍການ Jujitsu Lopburi Open 2024 ທີ່ແຂວງລົບບຸຣີ ປະເທດໄທ ຈັດຂຶ້ນເມື່ອວັນທີ 17 ກຸມພາ ຜ່ານມາ.

May be an image of 4 people, people performing martial arts and text

ການແຂ່ງຂັນໃນຄັ້ງນີ້ ນຳພາໂດຍ ອາຈານ ກັນຍາເພັດ ພັນດານຸວົງ ຄູຝຶກ ແລະ ນັກກິລາ 4 ຄົນ ຮ່ວມແຂ່ງຂັນ, ເຊິ່ງມີການຊີງໄຊທັງໝົດ 8 ລາຍການ ການແຂ່ງຂັນລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມທັງໝົດ 553 ຄົນ ຈາກ 52 ທີມໃນທົ່ວປະເທດໄທ.

May be an image of 2 people and people performing martial arts

ຜົນງານຂອງທັບນັກກິລາ ຈູຈິດຊູລາວ ສາມາດຍາດໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ, ໃນນັ້ນນັກກິລາຈູຈິດຊູລາວ ຍາດມາໄດ້ ຈາກ:ທ້າວ ນິດສອນ ເພັງໂສພາ 2 ຫຼຽນຄຳ ຮຸ່ນ -18 ປີ Class B ລາຍການ Ne waza System ແລະ Fighting System ແລະ ທ້າວ ນັດຕະພົງ ພົມມະຈັນ 2 ຫຼຽນຄຳ ຮຸ່ນ +18 ປີ Class B ລາຍການ Ne waza System ແລະ Fighting System ສ່ວນທ້າວ ຄຳແກ້ວ ວິໄລພອນ ຍາດໄດ້ 2 ຫຼຽນເງິນ ຮຸ່ນ +18 ປີ Class B ລາຍການ Ne waza System ແລະ Fighting System ແລະ ນາງ ຈອມມະນີ ມະນີໄຊ 1 ຫຼຽນເງິນ ຮຸ່ນ +18 ປີ Class A ລາຍການ Ne waza System ແລະ 1 ຫຼຽນທອງ ລາຍການ Fighting System.

ຂ່າວ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...